ຈີນ​ຈະ​ສ້າງ​ແລວ​ຊີ​ວະ​ພາບ​ແລະ​ຕາ​ໜ່າງ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ
2018-05-23 11:12:17  cri 
ວັນ​ທີ 22 ພຶດ​ສະ​ພາ​ນີ້​ແມ່ນ​ວັນ​ຊີ​ວະ​ນາ​ນາ​ພັນ​ສາ​ກົນ​ຄັ້ງ​ທີ 25. ທ່ານ ຫວ​ງ​ຣຸ້ນ​ຊີ່ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຊີ​ວະ​ວິ​ທະ​ຍາ​ແລະສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ, ຕ້ອງ​ຢືນ​ຢູ່​ລະ​ດັບ​​ທີ່​ເຂົ້າ​ຮ່ວມ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຂອງ​ໂລກ​ໃຫ້​ດີ​ຂຶ້ນ,ສ້າງແລວ​ຊີ​ວະ​ພາບ​ແລະ​ຕາ​ໜ່າງ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ,ເພີ່ມ​ທະ​ວີ​ການສຳ​ຫຼວດວັດ​ແທກ​ແລະ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຕໍ່​ຊີ​ວະ​ນາ​ນາ​ພັນ,ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​,​ແລະ​ຕິດ​ຕາມ​ຄຸ້ມ​ຄອງຊີ​ວະ​ນາ​ນາ​ພັນ.

ປັດ​ຈຸ​ບັນ, ເນື້ອ​ທີ່​ດິນ​​ທີ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ໄດ້​ມີ​ເຖິງ 1,7 ກວ່າ​ລ້ານ​ກິ​ໂລ​ຕາແມັດ,ກວມ​ປະ​ມານ 18% ຂອງ​ເນື້ອ​ທີ່​ທີ່​ດິນ​ທົ່ວ​ປະ​ເທດ ເຊິ່ງ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ກ່ອນ​ກຳ​ນົດ​ໄວ້​ໃນສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນ ຄືຮອດ​ປີ 2020 ​ຕ້ອງ​ໃຫ້ບັນ​ລຸ​ເຖິງ 17%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ