ທ່ານ​ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາຄວາມ​ໝັ້ນ​ຄົງ​ແຫ່​ງ​ຊາດ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ
2018-05-23 16:54:52  cri 

 

ວັນ​ທີ 22 ພຶດ​ສະ​ພາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຕ່າງ​ປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເລ​ຂາ​ທິ​ການໃຫຍ່​ສະ​ພາ​ຄວາມ​ໝັ້ນ​ແຫ່ງ​ຊາດ​ປະ​ເທດ​ສະ​ມາ​ຊິກອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 13.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ປັດ​ຈຸ​ບັນ, ​ເບິ່ງ​ໂດຍ​ລວມ​ແລ້ວ​ເຫັນ​ວ່າສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ໝັ້ນ​ທ່ຽງ​ສົມ​ຄວນ​, ແຕ່​ຍັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ "ອິດ​ທິ​ກຳ​ລັງ​ສາມ​ຢ່າງ" ​ຄື​ລັດ​ທິ​ກໍ່​ການ​ຕ້າຍ, ລັດ​ທິ​ແບ່ງ​ແຍກ​ດິນ​ແດນ, ລັດ​ທິ​ຫົວ​ຮຸນ​ແຮງ​ທາງ​ສາ​ສະ​ໜາ, ການ​ຄ້າ​ຂາຍ​ຢາ​ເສບ​ຕິດ, ອາ​ຊະຍະ​ກຳ​ຂ້າມ​ຊາດຢ່າງ​ມີ​ການ​ຈັດ​ຕັ້ງ​ແລະ​ອື່ນໆ. ຈີນ​ຈະ​ສືບ​ຕໍ່​ກຳ​ນົດ​ເອົາ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ເຊື່ອມ​ເຂົ້າ​ກັນ​ກັບ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຢູ່​ພາກ​ພື້ນ, ຮ່ວມ​ກັບ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ທີ່​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ມີ​ຄວາມ​ຍຸ​ຕິ​ທຳ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ຜູ້​ຕາງ​ໜ້າ​ຕ່າງ​ປະ​ເທດ​ທັງ​ຫຼາຍ​​ຢືນ​ຢັນ​ວ່າ, ປະ​ເທດ​ຕົນ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ທີ່​ຈີນ​ສະ​ເໜີ​ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ກ່ຽວ​ກັບ​ການ​ຊຸກ​ຍູ້ການ​ຈັດ​ຕັ້ງ​​ປະ​ຕິ​ບັດ​ຄວາມ​​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າທາຍ​​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກຜະ​ເຊີນ​ຮ່ວມ​ກັນ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຊີ​ວິດ​ທີ່ນັບ​ມື້​ນັບ​ເຂັ້ມ​ແຂງ. ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຍິນ​ດີ​ເປີດກວ້າງ​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງແລະ​ໃກ້​ຊິດ, ​ເພື່ອເຮັດ​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາ​ກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ