4 ປະ​ເທດ​ລາດຕະ​ເວນຮ່ວມ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 70
2018-05-23 16:55:33  cri 
ວັນ​ທີ 22 ພຶດ​ສະ​ພາ​ນີ້, ຄຽງ​ຄູ່​ກັບ​ເຮືອລາດ​ຕະ​ເວນ 6 ລຳ​ເລີ່ມ​ອອກ​ເດີນ​ທາງ​ຈາກທ່າ​ເຮືອ​ກວນ​ເຫຼີຍກິ່ງ​ແຂວງ​​ສິບສອງ​ພັ່ນ​ນາ​ແຂວງ​ຢູນນານ​ສປຈີນ, ການ​ຮ່ວມ​ລາດຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງ​ທີ 70 ລະຫວ່າງ​ຈີນ-​ລາວ-​ມຽນມາ-​ໄທເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ຢຸນ​ນານ​ກ່າວ​ວ່າ, ໜ່ວຍ​ເຮືອລາດ​ຕະ​ເວນ​​ຮ່ວມ​ຄັ້ງ​ນີ້​ປະ​ກອບ​ດ້ວຍ​ເຮືອລາດ​ຕະ​ເວັນ​ 10 ລຳແລະ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ 160 ກວ່າ​ຄົນ.

ໂດຍ​ແນ​ໃສ່​ຄວາມ​ສ່ຽງດ້ານ​ການ​ເດີນ​ເຮືອ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ໃນ​ລະ​ດູ​ຝົນ, ​ປະ​ລິ​ມານຝົນ​ຕົກ​ເພີ່ມ​ຂຶ້ນ​ເຮັດ​ໃຫ້​ທາງ​ເດີນ​ເຮືອ​ບາງ​ຕອນ​ເກີດ​ມີ​ການ​ປ່ຽນ​ແປງ, ​ເຮືອ​ລາດ​ຕະ​ເວນ​ປະ​ສົມ​ຈະ​ເພີ່ມ​ຄວາມ​ແຮງ​ໂຄ​ສະ​ນາ​ດ້ານ​ຄວາມ​ປອດ​ໄພ​ຕໍ່​ເຮືອ​ໂດຍ​ສານ​ແລະ​ຂົນ​ສົ່ງ​ສິນ​ຄ້າ, ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ລ່ວງ​ໜ້າ​ຢ່າງ​ເໝາະ​ສົມ, ຕັ້ງ​ໜ້າ​ກະ​ກຽມ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທຸກ​ດ້ານ, ເພື່ອເຮັດ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ແຄມ​ແມ່​ນ້ຳ​ຂອງ​ມີ​ຄວາມ​ສ​ະ​ຫງົບ​ສຸກ​ແລະ​ປອດ​ໄພ​ຂຶ້ນກວ່​າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ