ອາ​ເມ​ລິ​ກາ​ຈະ​ສົ່ງຄະນະ​ຜູ້​ແທນ​ລະດັບ​ສູງ​​ມາ​ປຶກສາ​ຫາລື​ຢູ່​ຈີນ
2018-05-23 12:44:15  cri 
ວັນ​ທີ 22 ພຶດສະພາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບໍລິສັດຈົ່ງ​ຊິ່ງ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ດັ່ງກ່າວ​ວ່າ: ຖະ​ແຫຼ​ງການ​ຮ່ວມ​ຈີນ-ອາ​ເມ​ລິ​ກາ​ໄດ້​​ມີ​ເນື້ອ​ໃນ​ກ່ຽວ​ກັບ​ບັນຫາ​ບໍລິສັດ​ຈົ່ງ​ຊິ່ງ, ຈີນ ​ແລະ​ອາ​ເມ​ລິ​ກາ​​ໄດ້​ບັນລຸ​ຄວາມເປັນ​​ເອກະ​ພາບ​ກັນທີ່​ສຳຄັນ, ສອງ​ຝ່າຍຈະດຳ​ເນີນ​ການ​ປຶກສາ​ຫາລືວ່າຈັດ​ຕັ້ງ​ປະຕິ​ບັດລາຍລະອຽດແນວໃດ, ​ແລະອາ​ເມ​ລິ​ກາ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ລະດັບ​ສູງ​​ມາ​ຈີນ ​ເພື່ອ​ປຶກສາ​ຫາລື​​ແບບ​ຕົວ​ຈິງຮ່ວມ​ກັບຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ