ອາ​ເມ​ລິ​ກາ ​ແລະ​ສ.​ເກົາຫຼີ​ຈະ​ຮ່ວມ​ກັນຊຸກຍູ້​​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ
2018-05-23 12:45:39  cri 
ວັນ​ທີ 22 ພຶດສະພາ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ກັບ​ທ່ານມູນ​ແຈ​ອິນ ປະທານາທິບໍດີ​ສ.​ເກົາຫຼີ​ຢູ່​ທຳນຽບຂາວ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລືກັນ​ໃນ​ຫຼາຍ​ບັນຫາ​ ​ເຊິ່ງລວມທັງ​ການ​ພົບ​ປະລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ ​ແລະ​ສປປ.​ເກົາຫຼີ ​ແລະ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ຮ່ວມ​ກັນຊຸກຍູ້​​ໃຫ້​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ.

ຕອນ​ທ່ຽງມື້ດຽວກັນ, ທ່ານ​ທຣຳ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​​​ກ່ອນ​ຈະ​ພົບ​ປະ​ຫາລື​ກັບ​ທ່ານ​ມູນ​​ແຈ​ອິນ​ວ່າ: ການ​ພົບ​ປະ​ກັບ​ທ່ານກິມ​ເຈິ​ງອຸ​ນ ຜູ້ນຳ​ສູງ​ສຸດສປປ.​ເກົາຫຼີ​ອາດຈະ​ບໍ່​ສາມ​າດຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິຖຸນາ​ໜ້ານີ້​ໄດ້, ອາດ​ຈະ​ເລື່ອນ​ກຳນົດ​ເວລາ​ອອກ​ໄປ​ຕື່ມ​ອີກ, ປະຈຸ​ບັນ​ນີ້, ສອງ​ຝ່າຍ​ກຳລັງ​ປຶກສາ​ຫາລື​ກັນ​ຢູ່. ທ່ານ​ມູ​ນ​​​ແຈ​ອິນ​ກ່າວ​ວ່າ: ສ.​ເກົາຫຼີ​ຄອງ​ຄອຍ​ການ​ພົບ​ປະກັນ​ລະຫວ່າງ​ຜູ້ນຳ​ອາ​ເມລິ​ກາ ​ແລະ​ສປປ.​ເກົາຫຼີ ​ພ້ອມ​ທັງສະໜັບສະໜູນຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ການ​ພົບ​ປະປະສົບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ