ນາ​ຍົກ​ຈີນ​ກ່າວ​ວ່າ ຈະ​ເປີດ​ປະ​ຕູ​ຕໍ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ
2018-05-23 10:18:02  cri 
    ວັນ​ທີ 21 ພຶດ​ສະ​ພານີ້, ທ່ານ ຫຼີ​ເຄີ້​ສຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ລົງ​ຢ້ຽມ​ຢາມ​ແລະ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຢູ່​ກະ​ຊວງ​ການ​ຄ້າ​ແລະອົງ​ການ​ພາ​ສີກ່ຽວ​ກັບ​ການ​ເປີດ​ປະ​ຕູ​​ສູ່​ພາຍນອກໃຫ້​ກວ້າງ​ອອກ​ຕື່ມ​ອີກ.

    ທ່ານ ຫຼີ​ເຄີ້​ສຽງ ກ່າວ​ໃນ​ກອງ​ປ​ະ​ຊຸມ​ສົນ​ທະ​ນາ​ວ່າ, ໃນ​ຮອບ 40 ປີ​ຜ່ານ​ມາ, ການ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ຂອງ​ຈີນ ໄດ້​ຊັກ​ນຳ​ການ​ປະ​ຕິ​ຮູບ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ. ໃນ​ສະ​ໄໝ​ປະ​ຫວັດ​ສາດ​ໃໝ່, ການ​ເປີດ​ປະ​ຕູ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ ແມ່ນ​ຍຸດ​ທະ​ສາດ​ທີ່​ພວກ​ເຮົາ​ຕ້ອງ​ຄັດ​ເລືອກ​ຢ່າງ​ແນ່ນອນ. ສ່ວ​ນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​​ຕ່າງໆ, ກະ​ຕຸກ​ພະ​ລັງ​ຊີ​ວິດ​ຂອງ​ຕະຫຼາດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງນັ້ນ ລ້ວນ​ແຕ່​ຕ້ອງ​ຊັກ​ນຳ​ໂດຍ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ.

    ທ່ານ ຫຼີ​ເຄີ້​ສຽງ ຍັງ​ຊີ້​ໃຫ້​ເຫັນ​ວ່າ, ຕ້ອງ​ມີ​ຄວາມ​ເດັດ​ດ່ຽວ​ໃນ​ການ​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ຊຸກ​ຍູ້​ໃຫ້​ບັນ​ດາປະ​ເທດຫຼາຍກວ່າ​ເກົ່າ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ການ​ຍົກ​ສູງ​ລະ​ດັບ​ຄວາມ​ເສ​ລີ​ດ້ານ​ການ​ຄ້າ​ແລະ​ຄວາມ​ສະ​ດວກ​ດ້ານ​ການ​ລົງ​ທຶນ, ປ້ອງ​ກັນ​ແລະ​ແກ້​ໄຂ​ຄວາມ​ສ່ຽງ​ຢ່າງ​ບັງ​ເກີດ​ຜົນ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂະ​ບວນ​ການ​ເປີດ​ປະ​ຕູ​ແລະ​ແຂ່ງ​ຂັນ​ທາງ​ບວກ​ເຊິ່ງ​ກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ