ທ່ານ ຢາງ​ເຈ​ຊື ພົບ​ປະ​ກັບ​ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ຣັດ​ເຊຍ
2018-05-23 14:08:20  cri 
    ວັນ​ທີ 22 ພຶດ​ສະ​ພານີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ຢາງ​ເຈ​ຊື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ກາ​ນວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ ນີ​ໂກ​ໄລ ພາ​ທ​ຣູ​ເຊັ​ຟ ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ຣັດ​ເຊຍ.

    ໂອ​ກາດນີ້, ທ່ານ ຢາງ​ເຈ​ຊື ກ່າວ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​​ທາງ​ຍຸດ​ທະ​ສາດຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ປະ​ທານ​າ​ທິ​ບໍ​ດີ​ຣັດ​ເຊຍ, ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຣັດ​ເຊຍ ໄດ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ໃນ​ລະ​ດັບ​ສູງ ແລະ​ໄດ້​ຮັບ​ຜົນ​ງານ​ໃໝ່​ທີ່​ສຳ​ຄັນ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ກັນ, ເປີດກວ້າງ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ, ຮັດ​ແໜ້ນ​ການ​ປະ​ສານ​ສົ​ມ​ທົບ​ກັນ​ໃນ​ວຽກ​ງານ​ສາ​ກົນ, ປະ​ກອບ​ສ່ວນ​ໃຫຍ່ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສອງ​ປະ​ເທດ, ປົກ​ປັກ​ຮັກ​ສາ​ສັ​ນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

    ທ່ານ ພາ​ທ​ຣູ​ເຊັ​ຟ ກ່າວ​ວ່າ, ​ຍາມ​ໃດ, ຣັດ​ເຊຍກໍ​ສຸມ​ໃສ່​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຈີນ, ຍິນ​ດີ​ຮ່ວມ​ກັບ​ຈີນ, ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ແລະ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຍິ່ງ​ໃຫຍ່ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ