ຈີນ​ເພີ່ມ​ງົບປະມານນຳ​​​ໃຊ້​ສຳລັບ​ເຂດ​ທຸກ​ຍາກ ​ແລະ​ຂອດ​ອ່ອນ​ແອ​ດ້ານການ​ສຶກສາ
2018-05-24 11:05:15  cri 
ວັນ​ທີ 23 ພຶດສະພາ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ເປັນ​ປະທານ​ກອງ​ປະຊຸມ​ສາມັນຄະນະ​ລັດຖະບານ ​ໂດຍ​ໄດ້​ຕົກລົງ​ເພີ່ມ​ງົບປະມານ​ນຳໃຊ້ສຳລັບ​ເຂດທຸກ​ຍາກ ​ແລະ​ຂອດ​ອ່ອນ​ແອ​ດ້າ​ນການ​ສຶກສາ, ຊຸກຍູ້​ການສະໜອງ​ຊັບພະຍາກອນ​​ແກ່​ໂຮງ​ຝາກເດັກ, ໂຮງຮຽນອະນຸບານ ​ແລະ​ການ​ສຶກສາກ່ອນ​ໄວ​ຮຽນ​ຈາກຫຼາຍຊ່ອງ​ທາງ; ​ໃຊ້​ມາດ​ຕະການ​ເພື່ອ​ເລັ່ງຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ຜະລິດ​ນົມ ແລະຮັບປະກັນ​ຄຸນ​ນະພາ​ບ-ຄວາມ​ປອດ​ໄພ​ຂອງ​ນົມ; ຕົກລົງ​ສົ່ງ​ເສີມ​ຈຸດ​ທົດ​ລອງ​ພັດທະນາ​ການ​ປະດິດ​ສ້າງ​ດ້ານ​ການຄ້າ​ການ​ບໍລິການ​ໃຫ້​ເຂົ້າສູ່​ລວງ​ເລິກ, ຊຸກຍູ້ການ​ປັບປຸງ-ຍົກ​ລະດັບ​ໂຄງ​ປະກອບ​ເສດຖະກິດ​ ດ້ວຍ​ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ