ຈີນ​ຈະ​ສ້າງ​ລະບົບ​ພື້ນຖານ​ເປີ​ຍ​ໂຕ໊ວ​ເລກ 3 ​ໃຫ້​ສຳ​ເລັດກ່ອນ​ທ້າຍ​ປີ​ນີ້
2018-05-24 11:09:27  cri 

ທ່ານຣ໊ານ​ເສິງ​ສີ ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ລະບົບ​ນຳ​ທາງ​ດາວ​ທຽມເປີ​ຍ​ໂຕ໊ວຈີນ ກ່າວ​ໃນ​ວັນ​ທີ 23 ພຶດສະພາ​ນີ້​ວ່າ: ຈີນ​ຈະ​ສາມາດ​ສ້າງລະບົບ​ພື້ນຖານ​ເປີ​ຍ​ໂຕ໊ວ​ເລກ 3 ​ໃຫ້​ສຳ​ເລັດ ກ່ອນ​ທ້າຍ​ປີ​ນີ້ ​ແລະ​ເລີ່​ມ​ສະໜອງ​ການ​ບໍລິການ​ແກ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​​ແລວໜຶ່ງ​ເສັ້ນທາງ".

ຂ່າວ​ລາຍ​ງານ​ຕື່ມ​ວ່າ ກອງ​ປະຊຸມ​ປະຈຳ​ປີວິຊາ​ການການ​ນຳ​ທາງ​ດາວ​ທຽມ​ຈີນ​ຄັ້ງທີ 9 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ຮາ​ບິນ ​ໃນ​ວັນດັ່ງກ່າວ ​ແລະ​ທ່ານຣ໊ານ​ເສິງ​ສີ ກ່າວ​ໃນ​ກອງ​ປະຊຸມ​ວ່າ: ປັດຈຸບັນ, ຈີນ​ໄດ້​ສົ່ງ​ດາວ​ທຽມ​ປະກອບ​ເຄືອ​ຂ່າຍ​ກວມ​ທົ່ວ​ໂລກ​ເປີ​ຍ​ໂຕ໊ວ​ເລກສາມ 8 ດວງ​ ​ແລະ​ໄດ້ປະກອບ​ເປັນ​ລະບົບ​ງ່າຍດາຍ​ແລ້ວ; ກ່ອນ​ທ້າຍ​ປີ​ນີ້ ຍັງ​ຈະ​ສົ່ງ​ດາວ​ທຽມ​ອີກ 11 ດວງ ​ເພື່ອ​ສ້າງ​ເປັນ​ລະບົບ​ພື້ນຖານ ​ແລະ​ຈະ​ມີ​ຄວາມສາມາດການ​ສະໜອງ​ການ​ບໍລິການ​ແກ່​ລູກ​ຄ້າ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່ຢູ່​ລຽບ​ຕາມ​ "ໜຶ່ງ​​ແລວໜຶ່ງ​ເສັ້ນທາງ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ