ຄວາມ​ສາມາດ​ການ​ແຂ່ງຂັນ​ຂອງ​ຮົງ​ກົງ​ຖືກ​ຈັດ​ຢູ່​ອັນ​ດັບ​ທີ 2 ຂອງ​ໂລກ
2018-05-24 16:07:20  cri 

ສະ​ຖາ​ບັນ​ຄົ້ນຄວ້າ​ການ​ຄຸ້ມ​ຄອງ-ການ​ພັດທະນາສາກົນ​ໂລ​ຊານ​ສະ​ວິດ ​ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ຄວາມ​ສາມາດ​ການ​ແຂ່ງຂັນ​ໂລກ​ປີ 2018" ສະບັບຫຼ້າສຸດ ​ໂດຍ​ເຂດ​ພິ​ເສດ​ຮົງ​ກົງ ສປ ຈີນ​ໄດ້​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 2 ຂອງ​ໂລກ.

​ໃນ​ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ປະ​ເມີນ​ກຸ່ມ​ເສດຖະກິດ​ຕ່າງໆ ​ໂດຍ​ອີງ​ໃສ່ປັດ​ໄຈ​ຂອງຄວາມ​ສາມາດ​ການ​ແຂ່ງຂັນ​ໃນ 4 ດ້ານ ຄື ສະພາບ​ເສດຖະກິດ, ປະສິດທິພາບ​ຂອງ​ການ​ປົກຄອງ, ປະສິດທິພາບ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ພື້ນຖານ​ໂຄງ​ລ່າງ ​ແລະ ​ແຕ່ລະ​ປັດ​​ໄຈ​ປະກອບ​ດ້ວຍ 5 ປັດ​ໄຈ​ຍ່ອຍ​ຕື່ມອີກ. ​ໃນ 63 ກຸ່ມ​ເສດຖະກິດ​ຂອງ​ໂລກ​ທີ່​​ໄດ້ຮັບ​ການ​ປະ​​ເມີນ​ນັ້ນ, ອາ​ເມ​ລິ​ກາ​ຄອງ​ອັນ​ດັບ​ທີ 1, ຮົງ​ກົງ​ຄອງ​ອັນ​ດັບ​ທີ 2 ຖັດຈາກ​ນັ້ນຄື ສິງກະ​ໂປ, ​ໂຮ​ນລັງ ​ແລະ ສະ​ວິດ. ສຳລັບ​ຮົງ​ກົງ​ແລ້ວ, "ປະສິດທິພາບ​ການ​ປົກຄອງ" ​ແລະ​ "ປະສິດທິພາບ​ການ​ດຳ​ເນີນ​ທຸລະ​ກິດ" ລ້ວນ​ແຕ່​ເປັນອັນ​ດັບ 1 ​ເປັນ​ເວລາ 4 ປີ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ