ຈີນ​ຈະ​ສຸມ​ໃສ່​ປົກ​ປັກ​ຮັກ​ສາ​ແລະປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ
2018-05-24 11:28:12  cri 
ຕາມ​ຂ່າວCRI: ຕໍ່​ກໍ​ລະ​ນີ​ທີ່​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ຈັດ​ການ​ເຈ​ລະ​ຈາ​ສັນ​ຍາ​ສາ​ກົນ​ໃໝ່​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ, ວັນ​ທີ 23 ພຶດ​ສະ​ພາ​ນີ້, ຢູ່​ປັກ​ກິ່ງ, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພຶດ​ຕິ​ກຳໃນໄລ​ຍະ 3 ປີ​ຜ່ານ​ມາໄດ້​ຢັ້ງ​ຢືນ​ຢ່າງ​ເຕັ​ມ​ສ່ວນວ່າ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ແມ່ນ​ມີ​ປະ​ສິດ​ທິ​ຜົນ. ຈີນ​ຈະ​ສືບ​ຕໍ່​ຍຶດ​ຖື​ທ່າ​ທີ​ພາ​ວະ​ວິ​ໃສ,ຍຸ​ຕິ​ທຳ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ,ຮັກ​ສາ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ​ກັບ​ທຸກຝ່າຍທີ່​ກ່ຽວ​ຂ້ອງ​,ສຸມ​ໃສ່​ປົກ​ປັກ​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ.

ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ ໄມ​ຄ໌ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຍຸດ​ທະ​ສາດ​ໃໝ່​ທີ່​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕໍ່​ອີ​ຣານ​ຫຼັງ​ຈາກອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ ​ອີ​ຣານ ໂດຍ​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຍາ​ສາ​ກົນ​ໃໝ່​ກ່ຽວ​ກັບການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ​ຢ່າງ​ຮອບ​ດ້ານ. ອີ​ຣານ​ໄດ້​ຕອບ​ໂຕ້​ຢ່າງ​ຮຸນ​ແຮງ​ຕໍ່ເລື່ອງ​ນີ້,ປະ​ຊາ​ຄົມ​ໂລກ​ກໍ່​ໄດ້​ມີ​ສຽງ​ທີ່​ແຕກ​ຕ່າງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ