ທ່ານ​ ສີ​ຈິ້ນ​ຜິງ ເນັ້ນ​ບົດ​ບາດວຽກ​ງານກວດ​ສອບ​​ໃນ​ລະ​ບົບ​ກວດ​ກາ​ຂອງ​ພັກ​ແລະ​ລັດ
2018-05-24 16:18:40  cri 
    ຕອນ​ບ່າຍ​ວັນ​ທີ 23 ພຶດ​ສະ​ພານີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ປະ​ທານ​ຄ​ະ​ນະ​ກຳ​ມະ​ການກວດ​ສອບ​ສູນ​ກາງ​ຈີນ ໄດ້​ເປັນ​ປະ​ທານ​ໄຂ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການກວດ​ສອບ​ສູນ​ກາງ​ຄັ້ງ​ທຳ​ອິດ ແລະ​ກ່າວ​ປາ​ໄສ​ສຳ​ຄັນ. ທ່ານ​ເນັ້ນ​ວ່າ, ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ຄຸ້ມ​ຄອງ​ການກວດ​ສອບ ແລະ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ສອບ​ສູນ​ກາງນັ້ນ ແມ່ນ​ມາດ​ຕະ​ການ​ອັນ​ໃຫຍ່ຫຼວງ​ໃນ​ການ​ເພີ່​ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານກວດ​ສອບ. ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສູນ​ກາງ​ພັກ​ຕໍ່​ວຽກ​ງານກວດ​ສອບ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ວຽກ​ງານກວດ​ສອບ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ຈັດ​ສັນ​ຊັບ​ພະ​ຍາ​ກອນ​ດ້ານ​ການກວດ​ສອບ​ໃຫ້​ດີ​ຂຶ້ນ, ເຮັດ​ເຖິງ​ຂັ້ນ​ກວດ​ສອບ​ທຸກ​ບັນ​ຫາ​ທີ່​ຄວນກວດ​ສອບ, ຕ້ອງກວດ​ສອບ​ທຸກ​ບັນ​ຫາ​ຢ່າງ​ເຂັ້​ມງວດ, ລົງ​ໂທດ​ຜູ້​ຮັບ​ຜິດ​ຊອບ​ຢ່າງ​ເຄັ່ງ​ຄັດ, ພະ​ຍາ​ຍາມ​ສ້າງ​ລະ​ບົບ​ກວດ​ສອບ-ກວດ​ກາ​ທີ່​ໂຮ​ມ​ສູນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ປົກ​ຄຸມ​ຮອບ​ດ້ານ, ມີ​ອິດ​ທິ​ພົນ ແລະ​ມີ​ປະ​ສິດ​ທິ​ພາບ​ສູງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ກາ​ນກວດ​ສອບ​ໃນ​ລະ​ບົບ​ກວດ​ກາ​ຂອງ​ພັກ​ແລະ​ລັດໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ