ວັນທີ 23 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຫຼັງຈາກສິ້ນສຸດການຢ້ຽມຢາມອາກຊັງຕິນ ແລະລະຫວ່າງທາງກັບຄືນປະເທດ, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ແວ່ນະຄອນຫຼວງວໍຊິງຕັນຂອງອາເມລິກາ ແລະໄດ້ພົບປະກັບທ່ານ ໄມກ໌ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບສາຍພົວພັນສອງປະເທດພ້ອມດ້ວຍບັນຫາທີ່ສົນໃຈຮ່ວມກັນ.
ທ່ານ ວາງຢີ້ ກ່າວວ່າ, ໂດຍຜະເຊີນໜ້າກັບສະຖານະການສາກົນທີ່ນັບມື້ນັບສັບສົນແລະປ່ຽນແປງຫຼາຍ, ການທີ່ຮັກສາການພັດທະນາສາຍພົວພັນຈີນ-ອາເມລິກາຢ່າງປອດໄສແລະໜັກແໜ້ນນັ້ນ ແມ່ນເລື່ອງທີ່ສຳຄັນຍິ່ງ. ສອງຝ່າຍຄວນຮ່ວມກັນເຮັດວຽກດັ່ງນີ້ໃຫ້ດີຄື: ໜຶ່ງ, ເສີມຂະຫຍາຍບົດບາດນຳພາທາງຍຸດທະສາດຂອງປະມຸກລັດສອງປະເທດຢ່າງເຕັມສ່ວນ ເພື່ອກຳນົດທິດທາງໃຫ້ແກ່ສາຍພົວພັນສອງປະເທດ; ສອງ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດໃນຂອບເຂດອັນກວ້າງຂວາງຢ່າງບໍ່ຢຸດຢັ້ງ, ເພື່ອສ້າງເປັນພື້ນຖານໃຫ້ແກ່ສາຍພົວພັນສອງປະເທດ; ສາມ, ແກ້ໄຂຄວາມຂັດແຍ້ງກັນແລະບັນຫາຕ່າງໆຢ່າງເໝາະສົມ ເພື່ອກຳຈັດສິ່ງກີດຂວາງສາຍພົວພັນສອງປະເທດ ແລະອັນສຸດທ້າຍ, ເປີດກວ້າງການຮ່ວມມືໃນວຽກງານພາກພື້ນກໍຄືສາກົນ ເພື່ອເພີ່ມເນື້ອໃນໃຫ້ແກ່ສາຍພົວພັນສອງປະເທດ.
ທ່ານ ພົມເພວ ກ່າວວ່າ, ອາເມລິກາແລະຈີນແມ່ນສອງປະເທດໃຫຍ່ທີ່ມີອິດທິພົນສຳຄັນໃນໂລກ ແລະກໍແມ່ນສອງກຸ່ມເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ, ສາຍພົວພັນສອງປະເທດຈຶ່ງສຳຄັນທີ່ສຸດ. ສອງຝ່າຍມີຄວາມຂັດແຍ້ງກັນຈຳນວນໜຶ່ງ ພ້ອມທັງມີໂອກາດອັນມະຫາສານໃນການເປີດກວ້າງການຮ່ວມມື. ອາເມລິກາເຫັນວ່າ, ສາຍພົວພັນສອງປະເທດບໍ່ຄວນແມ່ນແບບຝ່າຍໜຶ່ງຊະນະ, ອີກຝ່າຍໜຶ່ງເສຍໄຊ, ຍິນດີຮ່ວມກັບຈີນ, ທຳຄວາມພະຍາຍາມຮ່ວມກັນ, ຊຸກຍູ້ສາຍພົວພັນສອງປະເທດໃຫ້ໄດ້ຮັບການປັບປຸງດີຂຶ້ນແລະຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ. ທ່ານປະທານາທິບໍດີ ໂດນັນ ທຣຳ ສຸດທີ່ຖະໜຸຖະໜອມການພົວພັນທາງວຽກງານແລະມິດຕະພາບສ່ວນຕົວທີ່ດີກັບທ່ານປະທານ ສີຈິ້ນຜິງ ແລະຫວັງວ່າຈະສືບຕໍ່ຮັກສາການຕິດຕໍ່ພົວພັນກັບທ່ານປະທານ ສີຈິ້ນຜິງ ຢ່າງໃກ້ຊິດ. ໃນບັນຫາໄຕ້ຫວັນ, ປະເທດຕົນຍຶດໝັ້ນນະໂຍບາຍປະເທດຈີນດຽວ ແລະຫຼັກໝັ້ນດັ່ງກ່າວບໍ່ມີການປ່ຽນແປງແຕ່ຢ່າງໃດ.