ຈີນ​ຈະ​ຕິດຕາມ​ຄວາມ​ຄືບ​ໜ້າການ​ຂຶ້ນອັດຕາ​ພາສີ​​ການ​ນຳ​ເຂົ້າລົດ​ຂອງ​ອາ​ເມ​ລິ​ກາຢ່າງ​ໃກ້ຊິດ
2018-05-25 11:02:58  cri 

ຫວ່າງ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ວ່າ ອາດ​ຈະ​ດຳ​ເນີນ​ "ການກວດກາ 232" ​ເພື່ອ​ຂຶ້ນອັດຕາ​ພາສີ​ຕື່ມ​ການ​ນຳ​ເຂົ້າລົດ ວັນ​ທີ 24 ພຶດສະພາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ໂຕ້ຢູ່​ນະຄອນຫຼວງປັກ​ກິ່ງວ່າ: ຈີນ​ຈະ​ຕິດຕາມ​ຄວາມ​ຄືບ​ໜ້າ​​ການ​ກວດກາ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ໃກ້ຊິດ ​ແລະ​ຈະ​ເດັດດ່ຽວ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ດ້ວຍ​ກົດໝາຍ​ຂອງ​ຕົນ.

ທັງ​ນີ້ ທ່ານ​ລູ້​ຄ່າງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ: ຫຼັກໝັ້ນຂອງ​ຈີນ ຄື ຄັດຄ້ານ​ການ​ນຳ​ໃຊ້​ມາດຕາທີ່​ເອີ້ນ​ວ່າ "ຄວາມ​ໝັ້ນຄົງ​ແຫ່ງ​ຊາດ" ​ທີ່​ບໍ່​ມີ​ຂີດ​ຈຳກັດ ​ເພາະ​ມັນ​ຈະ​ທຳລາຍ​ກົນ​ໄກ​ການ​ຄ້າຫຼາຍຝ່າຍຢ່າງ​ໜັກໜ່ວງ ​ແລະ​ສ້າງ​ຄວາມ​ວຸ້ນວາຍ​ຕໍ່​ລະບຽບ​ການ​ຄ້າ​ສາກົນ​ທີ່​ເປັນ​ປົກກະຕິ ພວກ​ຂ້າພະ​ເຈົ້າຈະ​ຕິດຕາມ​ຄວາມ​ຄືບ​ໜ້າ​ການ​ກວດກາ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ໃກ້ຊິດ ​ແລະ​ຈະ​ປະ​ເມີນ​ຜົນ​ກະທົບ​ທີ່​ອາດ​ຈະ​ເກີດ​ຂຶ້ນນັ້ນຢ່າງຮອບດ້ານ ພ້ອມ​ທັງ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ດ້ວ​ຍກົດໝາຍ​ຂອງ​ຕົນ​ຢ່າງ​ເດັດດ່ຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ