ນາຍົກລັດຖະມົນຕີຈີນ​ແລະ​ເຢຍລະ​ມັນ​ພົບ​ປະກັນທີ່​ປັກ​ກິ່ງ
2018-05-25 11:07:33  cri 

ວັນທີ 24 ພຶດສະພານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ໂອກາດ​​ເດີນທາງຢ້ຽມຢາມຈີນ ທ່ານຫຼີ​ເຄີ້ສຽງ ກ່າວວ່າ: ລັດຖະບານຊຸດໃໝ່ຂອງຈີນແລະເຢຍລະມັນ ​ຄວນພະຍາຍາມຮ່ວມກັນ ​ແລະເພີ່ມທະວີການວາງແຜນ ເພື່ອຊຸກຍູ້​ໃຫ້ສອງ​ຝ່າຍ​ເພີ່ມ​ທະວີ​​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ ​ແລະ​ຮ່ວມ​ກັນ​ສ້າງຫົວ​ຈັກ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຈີນ-​ເຢຍລະ​ມັນ.

ທ່ານຫຼີ​ເຄີ້ສຽງ ກ່າວ​ຕື່ມ​ວ່າ: ຈີນ​ແລະ​ເຢຍລະ​ມັນ​ຄວນ​ເຊື່ອມ​ຕໍ່ກັນ​ຢ່າງຮອບດ້ານ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການ​ເງິນ-ການ​ທະນາຄານ, ການ​ຄ້າ, ການ​ລົງທຶນ ​ແລະ ຄວາມ​ໝັ້ນຄົງ ຮ່ວມ​ກັນ​ສ້າງ "​ແຜນ​ທີ່​ເສັ້ນທາງ" ​​ໃໝ່ແຫ່ງການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ ​ໃນສະຖານະ​ການ​ປັດຈຸບັນ​ນີ້, ຈີນ​ຄອງ​ຄອຍ​ການ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ຈີນ-​ເອີຣົບ, ຍິນ​ດີ​ຮ່ວມ​ກັບ​ເອີຣົບຕັ້ງໜ້າ​ລິ​ເລີ່​ມລັດທິຫຼາຍຝ່າຍ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ກົນ​ໄກ​ການ​ຄ້າຫຼາຍຝ່າຍ​ບົນ​ພື້ນຖານ​ກົດ​ລະບຽບ ​ແລະ ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ມີ​ຄວາມ​ສະດວກ​ແລະ​ເສລີພາບ​ຫຼາຍຂຶ້ນກວ່າ​ເກົ່າ.

ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ກ່າວ​ວ່າ: ປະ​ເທດ​ຕົນ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພົວພັນ​ກັບ​ຈີນ ການ​ທີ່​ສອງ​ຝ່າຍ​ຮັກສາ​ການ​ແລກປ່ຽນ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ການ​ຢ້ຽມຢາມ​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ​ໃຫ້​ຖີ່​ຂຶ້ນມີ​ຄວາມ​ສຳຄັນຫຼາຍ ຈຶ່ງ​ມີ​ຄວາມ​ຫວັງ​ຕໍ່​ການ​ປຶກສາ​ຫາລື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຮອບ​ໃໝ່​ທີ່​ຈະ​ຈັດ​ຂຶ້ນຢູ່​ເຢຍລະ​ມັນ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ​ນີ້ ​ແລະ​ຫວັງ​ວ່າການ​ສົນທະນາ​ລະຫວ່າງ​ການ​ນຳ​ທຸກຂັ້ນຂອງ​ສອງ​ປະ​ເທດ​ຈະ​ມີ​ຂຶ້ນ​ເປັນ​ປະຈຳ. ນອກ​ນີ້, ​ເຢຍລະ​ມັນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ ​​ເຊັ່ນ ​ເສດຖະກິດ​ການ​ຄ້າ, ວິທະຍາສາດ-​ເຕັກນິກ ​ແລະ ລົດ​ບໍ່​ມີ​ຄົນ​ຂັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ