ຈີນຕອບ​ໂຕ້​ອາ​ເມ​ລິ​ກາ​ທີ່​ຍົກ​ເລີກການ​ເຊື້ອ​ເຊີນ​ຈີນ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ອ້ອມ​ປາຊີ​ຟິກ
2018-05-25 16:41:05  cri 

ຕໍ່​ເລື່ອງ​ທີ່​ອາ​ເມ​ລິ​ກາ​ຍົກ​ເລີກ​ການ​ເຊື້ອ​ເຊີນ​ຈີນ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ອ້ອມ​ປາຊີ​ຟິກ 2018 ​ໂດຍ​ກຳນົດ​ເອົາ​ອັນ​ທີ່​​ເອີ້ນວ່າ "ການ​ຈັດວາງກຳລັງອາວຸດຢູ່ທະ​ເລ​ຈີນ​ໃຕ້" ເປັນຂໍ້ອ້າງ ທ່ານ​ລູ້​ຄ່າງ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ໂຕ້​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນວັນ​ທີ 24 ພຶດສະພາ​ນີ້​ວ່າ: ຈີນ​ມີ​ສິດ​ອະທິປະ​ໄຕຢ່າງ​ເຕັມ​ສ່ວນ​ເໜືອ​ເກາະດອນ​ຕ່າງໆ ພ້ອມ​ເຂດ​ທະ​ເລ​​ໃກ້​ຄຽງ ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ບໍ່​ສາມາດ​ໂຕ້​ຖຽງ​ໄດ້. ອາ​ເມ​ລິ​ກາມີ​ເຈຕະນາ​ຂົ່ມຂູ່ ​ແລະ​ບັງຄັບ​ຈີນ​ໃຫ້​ປະລະ​ສິດ​ດັ້ງ​ເດີມ​ຂອງ​ຕົນ​ດ້ວຍ​ໂຄງການ​ແລກປ່ຽນ​ ​ແມ່ນ​​ເລື່ອງ​ທີ່ບໍ່​ອາດ​ເປັນ​ໄປ​ໄດ້ ​ແລະ​ຈະ​ບໍ່​ສາມາດ​ສົມ​ຄວາມ​ປາຖະໜາ​ຂອງ​ເຂົາ.

ທ່ານ​ລູ້​ຄ່າງ​ເນັ້ນຕື່ມ​ວ່າ: ຈີນ​ດຳ​ເນີນ​ການ​ກໍ່ສ້າງ​ທີ່​ປົກກະຕິ​ຢູ່​ໃນ​ດິນ​ແດນ​ຂອງ​ຕົນ ​ແລະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ການ​ທະຫານ​ທີ່​ປົກກະຕິ ​ເຊິ່ງ​ເປັນ​ສິດທິ​ດັ້ງ​ເດີມຂອງ​ປະ​ເທດ​ອະທິປະ​ໄຕ ​ແລະ ກໍ​ເປັນ​ມາດ​ຕະການ​ທີ່​ຈຳ​ເປັນ​ຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ສິດ​ອະທິປະ​ໄຕຂອງ​ຕົນ ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ-ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແຕ່​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​​ຫຍັງກັບ​ "ການຈັດ​ວາງ​ກຳລັງ​ອາວຸດ​ຢູ່​ທະ​ເລ​ຈີນ​ໃຕ້"​ ຄື​ກັບອາ​ເມ​ລິ​ກາ​ຕຳນິຈີນຢ່າງ​ບໍ່​ມີ​ເຫດຜົນ​ມາ​ໂດຍຕະຫຼອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ