ລັດ​ຖະ​ບານບູ​ກີ​ນາ​ຟາ​ໂຊ​ອອກ​ຖະ​ແຫຼງ​ການ​ຕົກ​ລົງ​ຕັດ​ສາຍ​ພົວ​ພັນ​ກັບ​ໄຕ້​ຫວັນ
2018-05-25 17:01:48  cri 
ລັດ​ຖະ​ບານ​ບູ​ກີ​ນາ​ຟາ​ໂຊ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ປະ​ກາດ​ຕັດ​ສາຍ​ພົວ​ພັນ​ກັບ​ໄຕ້​ຫວັນ​ເລີ່ມ​ແຕ່​ມື້​ດັ່ງ​ກ່າວ​ເປັນ​ຕົ້ນ​ໄປ. ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ລູ້​ຄ່າງ, ໂຄ​ສົກ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ໄດ້​ເອົາ​ໃຈ​ໃສ່​ຖະ​ແຫຼງ​ການ​ທີ່​ລັດ​ຖະ​ບານ​ບູ​ກີ​ນາ​ຟາ​ໂຊ​ປະ​ກາດ, ແລະ​ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ທ່ານ​ລູ້​ຄ່າງ ກ່າວ​ວ່າ, ມະ​ຕິ​ເລກ​ທີ 2758 ທີ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດ​ທີ 26 ຜ່ານ​ການ​ຮັບ​ຮອງ​ເມື່ອ​ເດືອນ​ຕຸ​ລາ​ປີ 1971 ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແມ່ນ​ລັດ​ຖະ​ບານ​ຊອບ​ດ້ວຍ​ກົດ​ໝາຍ​ພຽງ​​ໜຶ່ງດຽວ​ທີ່​ສາ​ມາດ​ຕາງ​ໜ້າ​ທົ່ວ​ປະ​ເທດ​ຈີນ. ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ທີ່​ມະ​ຕິ​ດັ່ງ​ກ່າວ​ກຳ​ນົດ​ໄວ້​ໄດ້​​ຖືກຍອມ​ຮັບ​ທົ່ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ. ຫຼັກ​​ການ​ປະ​ເທດ​ຈີນ​ດຽວ​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຈີນ​ແລະ​ຄວາມ​ຮູ້​ສຶກ​ຂອງ​ປະ​ຊາ​ຊົນ​ຈີນ 1 ຕື້ 300 ລ້ານກວ່າ​ຄົນ, ​ເຊິ່ງ​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ແລະ​ພື້ນ​ຖານ​ການ​ເມືອງ​ທີ່​ຈີນ​ຮັກ​ສາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ