ທ່ານ​ທ​ຣຳ​ຍົກ​ເລີກ​ການ​ພົບ​ປະ​ກັບ​ທ່ານກິມ​ເ​ຈິງ​ອຸນ​​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ
2018-05-25 17:02:34  cri 
ຕາມ​ຂ່າວ CRI: ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຍ້ອນ​ວ່າ ສ​ປ​ປ ເກົາ​ຫຼີ​ໄດ້​ສະ​ແດງ​ທ່າ​ທີ​ທີ່​ຈະ​ເປັນ​ສັດ​ຕູ​ຢ່າງ​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຈຶ່ງ​ໄດ້​ຕົກ​ລົງ​ຍົກ​ເລີກ​ການ​ພົບ​ປະ​ກັນ​ກັບ​ທ່ານກິມ​ເ​ຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ກາງ​ເດືອນ​ມິ​ຖຸ​ນາ​ໜ້ານີ້.

ທ່ານ​ທ​ຣຳ​ເຫັນ​ວ່າ ສ​ປ​ປ ເກົາ​ຫຼີ​ໄດ້ "ເສຍ​ໂອ​ກາດ​ທີ່​ດີ" ຄັ້ງ​ນີ້, ແຕ່​ຍັງ​ຄອງ​ຄອຍ​ຈະ​ໄດ້​ພົບ​ປະ​ກັບ​ທ່ານ​ກິມ​ເຈິງ​ອຸນ​ໃນ​ອະ​ນ​າ​ຄົດ. ທ່ານ​ເຫັນ​ວ່າ​ຕົ​ນ​ເອງ​ແລະ​ທ່ານ​ກິມ​ເຈິງ​ອຸນ ໄດ້​ສ້າງ​ການ​ສົນ​ທະ​ນາ​ທີ່​ດີ​ງາມ, ​ແລະ​ໃນ​ທີ່​ສຸດສິ່ງ​ທີ່​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຍັງ​ຈະ​ແມ່ນ​ການ​ເຈ​ລະ​ຈາ​ຢ່າງ​ແນ່ນອນ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳກ່ຽວ​ກັບ​ການ​​ຫຼຸດ​ກຳ​ລັງ​ຮົບ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຊີ​ແນວ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກ່າວ​ຕໍ່​ສື່ມວນ​ຊົນ​ວ່າ, ​ຂ້າ​ພະ​ເຈົ້າສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​​ຍິ່ງ​ຕໍ່​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ສ​ປ​ປ​ເກົາ​ຫຼີ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ຖືກ​ຍົກ​ເລີກ, "ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽ​ວ​ຂ້ອງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈະ​ລ​ຈາ, ເພື່ອ​ຊອກ​ຫາ​ເສັ້ນ​ທາງ​​ທີ່​ມຸ່ງ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ການ​ປອດ​ອາ​ວຸດ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ" ທີ່​ສາ​ມາດກວດ​ສອບ​ໄດ້

​ທ່ານ​ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາ​ກ​ຫຼີ​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ທີ່​ສຸດ​ຕໍ່​ທ່ານ​ທ​ຣຳ​ທີ່ຍົກ​ເລີກ​ການ​ເຈະ​ລະ​ຈາ​ກັບ​ທ່ານ​ກິມ​ເຈິງ​ອຸນ​ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ