ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ເສດ​ຖະ​ກິດ​ອ່າວ​ເປີຍ​ປູ້​ຄັ້ງ​ທີ 10
2018-05-25 17:05:08  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ເສດ​ຖະ​ກິດ​ອ່າວ​ເປີຍ​ປູ້​ຄັ້ງ​ທີ 10 ແລະເວ​ທີ​ປຶກ​ສາ​ຫາ​ລື​ພັດ​ທະ​ນາ​ແລວ​ທາງ​ເສດ​ຖະ​ກິດ​ຈີນ​ແລະແຫຼມ​ອິນ​ໂດຈີນ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ ສ​ປ ຈີນ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້. ຜູ້​ເຂົ້າ​ຮ່ວມ 500 ກວ່າ​ທ່ານ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້ "ສ້າງ​ຊອງ​ທາງ​ການ​ຄ້າ​ສາ​ກົນ​ທາງ​ບົກ​ແລະ​ທາງ​ທະ​ເລ​ໃໝ່, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ".

ທ່ານ​ມາ​ປ່ຽວ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່​ງ​ຊາດ​ຈີນ​ກ່າວ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວ່າ, ​ເລີ່ມ​ແຕ່ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ເສດ​ຖະ​ກິດອ່າວ​ເປີຍ​ປູ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2006 ມາ​ນີ້, ໄດ້​ຍຶດ​ໝັ້ນອຸ​ດົມ​ການ​​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຮ່ວມ​ມື​ຂອງ​ພາ​ກ​ພື້ນ​ອ່າວ​ເປີຍ​ປູ້, ຍຶດ​ໝັ້ນ​ຫຼັກ​ການ "ທ່າ​ແຮງ​ຊວຍ​ຊູ​ຍູ້​ໜູນ​ກັນ, ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ", ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ພາ​ກ​ພື້ນ​ອ່າວ​ເປີຍ​ປູ້​ຈາກ​ຂໍ້​ລິ​ເລີ່ມ​ກ້າວ​ໄປ​​ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ, ຈາກ​ຄວາມ​ເປັນ​ເອ​ກະ​ພາບ​ກ້າວ​ໄປ​​ສູ່ການ​ປະ​ຕິ​ບັດ​ຕົວ​ຈິງ, ຈາກ​ການ​ຮ່ວມ​ມື​ກ້າວ​ໄປ​ສູ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ໄດ້​ຮັບ​ໝາກ​ຜົນ​ອຸ​ດົມ​ສົມ​ບູນ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ກາຍ​ເປັນ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ສຳ​ຄັນ​ພາຍ​ໃຕ້​​ຂອບ​ການ​ຮ່ວມ​ມື​ຮອບ​ດ້ານ​ຈີນ-ອາ​ຊຽນ, ແລະ​ກາຍ​ເປັນ​ໜຶ່ງ​ໃນ​ການ​ພົວ​ພັນ​ທີ່​ມີ​ພະ​ລັງ​ຊີ​ວິດ​ທີ່​ສຸດ, ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ແລະ​ມີ​ໝາກ​ຜົນ​ຫຼາຍ​ທີ່​ສຸດ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ