ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ທ່ານ ນາງ ແອງ​ເຈີ​ລາ ເມີ​ແຄວ
2018-05-25 11:08:45  cri 



    ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ນາງ ​ແອງ​ເຈີ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 24 ພຶດ​ສະ​ພານີ້.

    ໂອ​ກາດນີ້, ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ວ່າ, ສອງ​ປະ​ເທດ​ຈີນ​ແລະ​ເຢ​ຍ​ລະ​ມັນ ຕ້ອງ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເປັນ​ຜູ້​ນຳ​ພາ​ສາຍ​ພົວ​ພັນ​ຈີນ-ເອີ​ຣົບ, ເປັນ​ຜູ້​ຊຸກ​ຍູ້​ກ​ານ​ພົວ​ພັນ​ລະ​ຫວ່າງ​ຊາດ​ແບບ​ໃໝ່ ແລະ​ເປັນ​ຜູ້​ຮ່ວມ​ມື​ທີ່​ລື່ນ​ກາຍ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ. ທັງ​ນີ້​ຄວນ​ແມ່ນ​ທິດ​ທາງ​ແຫ່ງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຕໍ່​ໄປ. ສອງ​ຝ່າຍ​ຕ້ອງ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ລະ​ດັບ​ສູງ​ຢ່າງ​ໃກ້​ຊິດ, ເພີ່ມ​ທະ​ວີ​ການອ​ອກ​ແບບ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຈາກ​ຂັ້ນ​ເທິງ, ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ; ຕ້ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແລະ​ຄວາມ​ກ້າ​ຫານ​ຂອງ​ສອງ​ປະ​ເທດ, ຮ່ວມ​ກັນ​ຮັບ​ມື​ກັບ​​ສິ່ງ​ທ້າ​ທາຍ​ລັກ​ສະ​ນະ​ທົ່ວ​ໂລກ​ຊະ​ນິດ​ຕ່າງໆ, ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ເຢຍ​ລະ​ມັນ, ຊຸກ​ຍູ້​ການ​ບໍ​ລິ​ຫານ​ທົ່ວ​ໂລກ​ແລະ​ລັດ​ທິຫຼາຍ​ຝ່າຍ​ພາຍ​ໃຕ້​ຂອບຫຼາຍ​ຝ່າຍ, ທັງ​ເພີ່ມ​ທະ​ວີ​ການ​​ແລກ​ປ່ຽນ​ຄວາມ​ເຫັນແລະ​ການ​ຮ່ວມ​ມື​ກັນ​ໃນ​ການ​ຊຸກ​ຍູ້​ແກ້​ໄຂ​ບັນ​ຫາ​ຈຸດ​ເດັ່ນ​ແລະ​ບັນ​ຫາ​ຫຍຸ້ງ​ຍາກ. ຈີນ​ຊົມ​ເຊີຍ​ເຢ​ຍ​ລະ​ມັນ​ທີ່​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ​ມາ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ".

    ທ່ານ ສີ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ, ຍາມ​ໃດ, ຈີນ​ກໍ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເປັນ​ເອ​ກະ​ພົບ​ດຽວ​ທີ່ເອີ​ຣົບ​ຄັດ​ເລືອກ​ຢ່າງ​ເປັນ​ເຈົ້າ​ການ, ຫວັງ​ວ່າ​ສະ​ຫະ​ພາບ​ເອີ​ຣົບ ຈະ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ສະ​ຖຽນ​ລະ​ພາບ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

    ທ່ານ​ນາງ ເມີ​ແຄວ ກ່າວ​ວ່າ, ສາຍ​ພົວ​ພັນ​ເຢຍ​ລະ​ມັນ-ຈີນ ໄດ້​ເຂົ້າ​ສູ່​ຍຸກ​ໃໝ່, ປະ​ເທດ​ຕົນ​ຍິນ​ດີ​ກຳ​ໂອ​ກາດ​ໃໝ່​ທີ່​ຈີນ​ລົງ​ເລິກ​ການ​ເປີດ​ປະ​ຕູ​ສູ່​ພາຍ ນອກ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານການ​ລົງ​ທຶນ​ແລະ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ເປີດກວ້າງ​ການ​ແລກ​ປ່ຽນ​ດ້ານ​ວັ​ດ​ທະ​ນະ​ທຳ. ພາຍ​ໃຕ້​ເບື້ອງຫຼັງທີ່​ສະ​ຖາ​ນະ​ການ​ໂລກ​ປັດ​ຈຸ​ບັນ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ, ສອງ​ປະ​ເທດ​ເຢຍ​ລະ​ມັນ​ແລະ​ຈີນ​ຄວນ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ໃນ​ວຽກ​ງານ​ສາ​ກົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ບັງ​ເກີດ​ຜົນ​ພາຍ​ໃຕ້​ຂອບຫຼາຍ​ຝ່າຍ ເຊັ່ນ​ກຸ່ມ 20 ປະ​ເທດ​ເປັນ​ຕົນ​ຢ່າງ​ໃກ້​ຊິດ. ເຢຍ​ລະ​ມັນ​ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ເອີ​ຣົ​ບ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ