ທ່ານ​ສີ​ຈີ້ນຜິງ​ພົບ​ປະ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ
2018-05-26 17:47:51  cri 

ວັນ​ທີ 25 ພຶດ​ສະ​ພາ​ນີ້, ຢູ່​ນະ​ຄອນ​ຫຼວງປັກ​ກິ່ງ, ທ່ານ​ສີ​ຈີ້ນ​ພິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ຟ​ຣັງ​ຊົວ ​ອໍ​ລອງ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ແລະກ່າວ​ວ່າ, ​ຕົນມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-​ຝ​ຣັ່ງ, ​ຈີນ​ຍິ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ທາງຍຸດ​ທະ​ສາດ​ກັບ​ຝ​ຣັ່ງແລະຮ່ວມ​ມື​​ກັນ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ມີ​ຕໍ່ທົ່ວ​ໂລກ.

ທ່ານ​ສີ​ຈີ້ນ​ຜິງ​ໄດ້​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ອໍ​ລອງ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຝ​ຣັ່ງແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ສາ​ກົນ​ໃນ​ໄລ​ຍະ​ທີ່​ດຳ​ລົງ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ. ທ່ານ​ສີ​ຈີ້ນ​ຜິງ​ຊີ້​​ໃຫ້​ເຫັນ​ວ່າ, ເດືອນ​ມັງ​ກອນ​ປີ​ນີ້, ທ່ານ​​ແອມ​ມາ​ນູ​ແອນ ມາ​ຄຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ເປັນ​ເທື່ອ​ທຳ​ອິດ,​ແລະ​ສອງ​ຝ່າຍ​ກໍ​ບັນ​ລຸຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ພາບກັນ​ອັນ​ກວ້າງ​ຂວາງ​ກ່ຽວ​ກັບ​ເປີດກວ້າງ​ການ​ຮ່​ວມ​ມື​ໃນ​​ຂົງ​ເຂດສອງ​ຝ່າຍ​ແລະຫຼາຍ​ຝ່າຍ. ​ນອກ​ນີ້, ​ຈີນກໍຍິນ​ດີ​​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ຫະ​ພາບ​ເອີ​ລົບ​ອີກ​ດ້ວຍ.

ທ່ານ​ອໍ​ລອງໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ອັນ​ຕັ້ງ​ໜ້າ​ຂອງຈີນ​ໃນ​ວຽກ​ງານ​ສາ​ກົນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນຜິງ, ໂດຍ​ສະ​ເພາະ​​ໄດ້​ປະ​ກອບ​ສ່ວນ​​ທີ່​ສຳ​ຄັນ​ເພື່ອ​ໃຫ້​ບັນ​ລຸ​ການ​ເຊັນ​ສັນ​ຍາປາ​ຣີ​​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ. ທ່ານ​ກ່າວ​ຕື່ມ​ວ່າ, ​ຕົນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ວ່າພາຍ​ໃຕ້​ສະ​ພາບ​ການ​ໃນ​ປັດ​ຈຸ​​ບັນ, ທ່ວງ​ທ່າ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ຝ​ຣັ່ງ​ກັບ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ຂະ​ຫຍາຍ​ຕົວ, ເຊິ່ງ​ເປັນຜົນ​ດີ​ຕໍ່​​ການຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະມີ​ຜົນ​ດີ​ຕໍ່​ແກ້​ໄຂ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ