ອາເມລິກາແລະ ສປປ ເກົາຫຼີພວມສົນທະນາກັນຢ່າງສ້າງສັນ
2018-05-26 15:06:39  cri 

ວັນທີ 25 ພຶດສາພານີ້, ທ່ານໂດນັນ ທຣຳ ປະທານາທິບໍດີອາມເລິກາກ່າວວ່າ, ປັດຈຸບັນ ອາເມລິກາແລະ ສປປ ເກົາຫຼີພວມດຳເນີນການສົນທະນາທີ່ມີລັກສະນະສ້າງສັນ, ການພົບປະກັບທ່ານກິມເຈິງອຸນ ຜູ້ນຳສູງສຸດ ສປປ ເກົາຫຼີຍັງມີຄວາມອາດເປັນໄປໄດ້ທີ່ຈະຈັດຂຶ້ນຕາມກຳນົດ.

ຕອນຄ່ຳວັນທີ 25 ພຶດສະພານີ້, ທ່ານໂດນັນ ທຣຳໄດ້ຢືນຢັນຢູ່ສື່ອອນໄລວ່າ, ອາເມລິກາພວມສົນທະນາຢ່າງສ້າງສັນກັບ ສປປ ເກົາຫຼີກ່ຽວກັບການຟື້ນຟູການພົບປະລະຫວ່າງຜູ້ນຳສອງປະເທດ. ທ່ານກ່າວຕື່ມວ່າ, ຖ້າວ່າການພົບປະສອງຝ່າຍດຳເນີນໄປໄດ້, ກໍອາດຈະຈັດຂຶ້ນໃນວັນທີ 12 ມິຖຸນາໜ້ານີ້ຢູ່ສິງກະໂປຕາມແຜນການເດີມ ແລະຖ້າມີຄວາມຈຳເປັນກໍສາມາດເລື່ອນເວລາໄດ້.

ວັນທີ 24 ພຶດສະພານີ້, ທ່ານໂດນັນ ທຣຳໄດ້ປະກາດໃນຈົດໝາຍເປີດເຜີຍເຖິງທ່ານກິມເຈິງອຸນວ່າ ຍົກເລີກການພົບປະສອງຝ່າຍທີ່ກຳນົດຈະຈັດຂຶ້ນຢູ່ສິງກະໂປໃນວັນທີ 12 ມິຖຸນາໜ້ານີ້. ຈາກນັ້ນ, ສປປ ເກົາຫຼີກໍຕອບວ່າ, ການຕົກລົງຂອງທ່ານໂດນັນ ທຣຳບໍ່ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຄົມໂລກທີ່ຢາກໃຫ້ແຫຼມເກົາຫຼີກໍຄືທົ່ວໂລກມີສັນຕິພາບແລະສະຖຽນລະພາບ, ແຕ່ ສປປ ເກົາຫຼີຍິນດີຮ່ວມກັບອາເມລິການັ່ງລົງເຈລະຈາກັນເພື່ອແກ້ໄຂບັນຫາດ້ວຍທຸກວິທີໃນທຸກເວລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ