ສະຖານທີ່ກັກຂັງອະນຸຊົນຜູ້ກະທຳຜິດແຫ່ງໜຶ່ງຂອງເບຼຊິນເກີດອັກຄີໄພ ເຮັດໃຫ້ 9 ຄົນເສຍຊີວິດ
2018-05-26 16:45:50  cri 

ວັນທີ 25 ພຶດສະພານີ້, ເຈົ້າໜ້າທີ່ດັບເພີງລັດໂກອານິອາເບຼຊິນແຈ້ງວ່າ, ສະຖານທີ່ກັກຂັງອະນຸຊົນຜູ້ກະທຳຜິດແຫ່ງໜຶ່ງຢູ່ລັດໂກອານິອາເກີດອັກຄີໄພ ສົ່ງຜົນເຮັດໃຫ້ 9 ຄົນເສຍຊີວິດ ແລະ 1 ຄົນບາດເຈັບ.

ເຈົ້າໜ້າທີ່ດັບເພີງແຈ້ງໃຫ້ຊາບວ່າ, ເວລາປະມານ 11 ໂມງ 30 ນາທີຂອງວັນທີ 25 ພຶດສະພານີ້, ພະນັກງານດັບເພີງໄດ້ເດີນທາງໄປສະຖານທີ່ດັ່ງກ່າວເພື່ອດັບເພີງ ເຊິ່ງອັກຄີໄພຄັ້ງນີ້ໄດ້ເກີດຂຶ້ນຍ້ອນຜູ້ຖືກກັກຂັງບາງຄົນຈູດເສື່ອນອນຢູ່ໃນຫ້ອງຈາກນັ້ນກໍໄໝ້ລາມກວ້າງອອກໄປ. ໃນຄາວນັ້ນມີ 11 ຄົນຢູ່ໃນຂອບເຂດຖືກໄຟໄໝ້, ປັດປຸຈັບໄດ້ເຮັດໃຫ້ 9 ຄົນເສຍຊີວິດ ແລະ 1 ຄົນບາດເຈັບ.

ອົງການປົກຄອງລັດໂກອານິອາກ່າວວ່າ, ຈະຮ່ວມກັບເຈົ້າໜ້າທີ່ດັບເພີງແລະເຈົ້າໜ້າທີ່ຕຳຫຼວດເພື່ອສືບສວນສອບສວນຫາສາເຫດລະອຽດທີ່ພາໃຫ້ເກີດອັກຄີໄພຄັ້ງນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ