ຈັດງານແຂ່ງຂັນເວົ້າພາສາຈີນ ເພື່ອຄັດເລືອກນັກຮຽນມັດທະຍົມທົ່ວໂລກແຂ່ງຂັນ "ຂົວພາສາຈີນ" ຄັ້ງທີ 11
2018-05-26 17:33:22  cri 

ຕອນເຊົ້າວັນທີ 25 ພຶດສະພາ 2018ນີ້ ,ທີ່ໂຮງຮຽນລຽວໂຕວ໌ ນະຄອນຫລວງ ວຽງຈັນ,ໄດ້ຈັດການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກນັກຮຽນມັດທະຍົມເຂົ້າ ຮ່ວມການແຂ່ງຂັນ "ຂົວພາສາຈີນ" ສໍາລັບນັກຮຽນມັດທະຍົມທົ່ວໂລກ ຄັ້ງທີ 11 ໂດຍແມ່ນສະຖານທູດ ສປ.ຈີນ ປະຈຳ ສປປ ລາວ ເປັນເຈົ້າພາບແລະ ຈັດງານ ໂດຍໂຮງຮຽນລຽວໂຕວ໌, ເປັນກຽດເຂົ້າຮ່ວມໂດຍທ່ານ ສົມປະສົງ ຈັນທະວົງ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນລຽວໂຕວ໌, ທ່ານ ຈ້າວເສີງກາງ ທີ່ປຶກສາ ການເມືອງສະຖານທູດຈີນປະຈຳລາວ, ມີຜູ້ຕ່າງໜ້າຈາກກະຊວງສຶກສາທິການ ແລະກິລາພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນໃນຄັ້ງນີ້ ມີຜູ້ເຂົ້າຮ່ວມແຂ່ງຂັນ 12 ຄົນທີ່ມາຈາກໂຮງຮຽນມັດທະ ຍົມສົມບູນລຽວໂຕວ໌, ໂຮງຮຽນຈີນແຂວງຈໍາປາສັກ, ໂຮງຮຽນຈຸງເຕັກແຂວງສະ ຫວັນນະເຂດ ແລະ ໂຮງຮຽນ ຈີນລຽວກົງແຂວງຫຼວງນໍ້າທາ.ສໍາລັບ ການແຂ່ງຂັນ ເວົ້າພາສາຈີນ ໃນຄັ້ງນີ້ປະກອບດ້ວຍ 3 ຫົວຂໍ້ຄື: ການເວົ້າພາສາຈີນ, ການຕອບ ຄໍາຖາມຄວາມຮູ້ຮອບຕົວ ແລະການສະແດງຄວາມສາມາດສະເພາະໂຕ ເຊິ່ງນັກຮຽນທຸກຄົນ ແມ່ນໄດ້ສະແດງຄວາມມັກຮັກໃນພາສາຈີນ ແລະວັດທະນະທໍາຈີນ, ຜ່ານການ ແຂ່ງຂັນດັ່ງກ່າວ ນາງ ສຸກັນດາ ເພັດສີລາດ ຈາກໂຮງຮຽນຈຸງເຕັກແຂວງສະ ຫວັນນະເຂດ ແລະນາງ ນຳຝົນ ວົງໄຊ ຈາກໂຮງຮຽນມັດທະຍົມສົມບູນລຽວໂຕວ໌ ສາມາດຄວ້າລາງວັນ ຊະນະເລີດອັນດັບໜຶ່ງ ເຊິ່ງທັງສອງຄົນ ຈະໄດ້ເປັນຕົວແທນ ຂອງປະເທດລາວ ເພື່ອເຂົ້າຮ່ວມການແຂ່ງຂັນ"ຂົວພາສາຈີນ" ທີ່ຄຸນໝິງ ປະເທດຈີນ ທີ່ຈະໄດ້ຈັດຂຶ້ນໃນເດືອນກັນຍາ 2018ນີ້.

ໂອກາດນີ້, ທ່ານ ສົມປະສົງ ຈັນທະວົງ ໄດ້ກ່າວວ່າ:ການແຂ່ງຂັນເວົ້າພາສາຈີນ "ຂົວພາສາຈີນ" ແມ່ນໄດ້ເລີ່ມຈັດຂຶ້ນແຕ່ປີ 2008 ເຊິ່ງມາຮອດປັດຈຸບັນເຫັນໄດ້ ວ່າຈຳນວນຂອງຊາວໜຸ່ມ, ເຍົາວະຊົນລາວ ມັກອ່ານ, ມັກຂຽນພາສາຈີນຫລາຍຂຶ້ນ, ມັກໃຊ້ພາສາຈີນ ໃນການແລກປ່ຽນຄວາມຄິດຄວາມເຫັນການແຂ່ງຂັນ "ຂົວພາສາ ຈີນ" ໄດ້ກາຍເປັນເວທີສຳຄັນ ໃນການສະແດງຄວາມສາມາດແລະ ເປັນການຖອດ ຖອນບົດຮຽນ ລະຫວ່າງ ນັກຮຽນມັດທະຍົມສົມບູນດ້ວຍກັນເຊິ່ງໄດ້ກາຍເປັນຂົວຕໍ່ ເພື່ອແລກປ່ຽນວັດທະນະທຳ ແລະ ເພີ່ມຄວາມມີໄມຕີຈິດມິດຕະພາບລະຫວ່າງ ປະຊາຊົນສອງຊາດລາວ-ຈີນ.

ໃນໂອກາດດຽວກັນນີ້, ທ່ານ ຈ້າວເສີງກ່າງ ໄດ້ກ່າວວ່າ:ການຈັດການແຂ່ງຂັນ ເວົ້າພາສາຈີນໃນຄັ້ງທີ 10 ຜ່ານມາ ຂ້າພະເຈົ້າມີຄວາມດີໃຈຫຼາຍທີ່ເຫັນວ່າ ຊາວໜຸ່ມ-ເຍົາວະຊົນໃນ ສປປ ລາວ ມີຄວາມຕັ້ງໃຈ ສົນໃຈພາສາຈີນ ແລະ ວັດທະນະທໍາຈີນຫຼາຍຂຶ້ນ ແລະໄລຍະທີ່ຜ່ານມາທາງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ກໍ່ໄດ້ມີຄວາມເອົາໃຈໃສ່ໃນການສະໜັບສະໜູນຕໍ່ວຽກງານການ ສອນແລະ ເຜີຍແຜ່ພາສາຈີນ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລາວ ເຊິ່ງນອກຈາກໄດ້ ສະໜັບສະໜູນໂຮງຮຽນຊາວຈີນໃນແຂວງຕ່າງໆແລ້ວ ຍັງໄດ້ສ້າງຫໍສະໝຸດຂຶ້ນ ຢູ່ຕາມໂຮງຮຽນປະຖົມ-ມັດທະຍົມຫລາຍແຫ່ງໃນສປປ ລາວ ແລະ ຍັງໄດ້ສະ ໜອງປຶ້ມຮຽນກ່ຽວກັບພາສາຈີນຢ່າງຫຼວງຫຼາຍເຊິ່ງລວມທັງສະບັບພາສາຈີນ,ພາສາອັງກິດ ແລະ ພາສາລາວ. ພ້ອມນັ້ນ ຍັງໄດ້ຈັດງານສົ່ງເສີມວັດທະນະທໍາຈີນ ໃນໂຮງຮຽນເຮັດໃຫ້ເດັກນ້ອຍມີການຕິດພັນກັບພາສາຈີນ, ມັກຮຽນພາສາຈີນ ເຮັດໃຫ້ເດັກນ້ອຍໃນ ສປປ ລາວມີຄວາມເຂົ້າໃຈກັບຈີນ ແລະ ຊອກຮູ້ຈີນຫຼາຍ ຂຶ້ນກວ່າເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ