ທ່ານວຼາ​ດີ​ເມຍ​ ປູ​ດິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ ຊີ ຊ່ານ, ຮອງ​ປະ​ທານ​ປະ​ເທດ​ຈີນ
2018-05-27 14:56:15  cri 
ຕາມ​ຂ່າວCRI: ວັນ​ທີ 24 ພຶດ​ສະ​ພາ​ນີ້ຕ​າມ​ເວ​ລາ​ທ້ອງ​ຖິ່ນ, ທ່ານວຼາ​ດີ​ເມຍ​ ປູ​ດິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ ຊີ ຊ່ານ, ຮອງ​ປະ​ທານ​ປະ​ເທດ​ຈີນ​ຢູ່​ນະ​ຄອນແຊງ​ເປ​ແຕ​ສະ​ບວກ.

ທ່ານວຼາ​ດີ​ເມຍ ປູ​ດິນ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​​ສະ​ໜິດ​ສະ​ໜົມ​ແລະ​ຄວາມອວຍ​ພອນ​ຢ່າງ​ດີ​ງາມ​ໄປ​ຍັງທ່ານ​ປະ​ທານ​ສີ​ ຈິ້ນ ຜີງ ໂດຍຜ່ານ​ທ່ານ​ວາງ ຊີ ຊ່ານ, ແລະ​ກ່າວ​ຄວາມເຊື່ອ​ວ່າ​ໃນ​ການ​ສ້າງ​ສາ​ປະ​ເທດຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ແນ່​ນອນ​ໂດຍ​ມີ​ທ່ານ​ສີ ຈິ້ນ ຜີງ, ປະ​ທານ​ປະ​ເທດ​ຈີນ​ນຳ​ພາ​ປະ​ຊາ​ຊົນ​ຈີນ. ທ່ານວຼາ​ດີ​ເມຍ ປູ​ດິນ​ຫວັງ​ວ່າ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈີນ​ອີກ​ເທື່ອ​ໜຶ່ງແລະ​ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ຜີງ. ທ່ານ​ກ່າວ​ວ່າ, ຣັດ​ເຊຍ​ຍິນ​ດີ​ຮ່ວມ​​ກັບ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານ​ຕື່ມ​ອີກ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ​ໃນ​ວຽກ​ງານ​ສາ​ກົນ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ວາງ​ ​ຊີ​ ຊ່ານ​ໄດ້​ເຂົ້​າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ສາ​ກົນ​ແຊ​ງ​ເປ​ແຕ​ສະ​ບວກ​ຄັ້ງ​ທີ 22. ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເນັ້ນ​ຫົວ​ຂໍ້ "ການ​ສ້າງ​ສາ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​​ໄວ້​ເນື່ອງເຊື່ອໃຈ​ກັນ", ທ່ານ​ວາງ ຊີ​ ຊ່ານ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ທີ່​ມີ​ຫົວ​ຂໍ້​ວ່າ "ເພີ່ມ​​ຄວາມໄວ້​ເນື້ອ​ເຊື່ອໃຈ​ກັນ, ພັດ​ທະ​ນາ​​ຮ່ວມ​ມືກັນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ