ສ.ເກົາ​ຫຼີ​ແລະສ.ປ.ປ​ເກົາ​ຫຼີ​ຈະຊຸກ​ຍູ້​ໃຫ້​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ກິມ ເຈິງ ອຸນ ​ກັບ​ທ່ານໂດ​ນານ ທ​ຣຳ​ຈັດ​ຂຶ້ນ​ຢ່າງສຳ​ເລັດຜົນ
2018-05-27 14:56:55  cri 
ຕາມ​ຂ່າວCRI: ​ຕອນ​ເຊົ້າ​ວັນ​ທີ  27 ພຶດ​ສະ​ພາ​ນີ້, ທ່ານ​ມູນ ​ເຈ ອິນ, ​ປະ​ທາ​ນາ​ທິ​ບໍ​ດີ​ ສ. ເກົ​ຫຼີໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ, ເພື່ອ​​ແນະ​ນຳສະ​ພາບ​ການ​ພົບ​ປະ​ລະ​ຫວ່າງ​ປະ​ມຸກ​ລັດ​ສ.ເກົາ​ຫຼີ ກັບ ສ.ປ.ປ​ເກົາ​ຫຼີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ເດືອນ​ດຽວ​ກັນ. ທ່ານ​ມູນ ເຈ ອິນ​ກ່າວ​ວ່າ, ຜູ້​ນຳ​ຂອງ​ສ.ເກົາ​ຫຼີ​ ກັບ ສ.ປ.ປ​ເກົາ​ຫຼີມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ, ຕ້ອນ​ຈັດ​ກາ​ນ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ ​ສ.ປ.ປ​ເກົາ​ຫຼີ ກັບ ອາ​ເມ​ລິ​ກາ​ຢ່າງ​ສຳ​ເລັດຜົນ, ແລະ​ສືບ​ຕໍ່​ຮັກ​ສາ​ການ​ຮ່ວ​ມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ເລື່ອງ​ນີ້.

 ທ່ານ​ມູນ ເຈ ອິນ​ໄດ້ເນັ້ນວ່າ, ໃນ​ອາ​ທິດ​ແລ້ວ​ນີ້, ທ່ານ​ໂດ​ນານ ທ​ຣຳ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາກ່າວ​ວ່າ, ຖ້າ​ວ່າ​ທ່ານ​ກິມ ເຈິງ ອູນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ສ.ປ.ປ​ເກົາ​ຫຼີໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ດ້ານ​ການ​ປອດ​ນິວ​ເຄຼຍ​, ອາ​ເມ​ລິ​ກາ​ຍິນ​ດີ​ສິ້ນ​ສຸດ​ສ​ະ​ຖາ​ນະ​ການ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ ກັບ​ສ.ປ.ປ​ເກົາ​ຫຼີໃນ​ໄລ​ຍະ​ຍາວ​, ແລະ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດກັບ​ ສ.ປ.ປ​ເກົາ​ຫຼີ.

ທ່ານ​ມູນ ເຈ ອິນ​ກ່າວຕື່ມ​ວ່າ, ​ໃນ​ການ​ພົບ​ປະ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້, ທ່ານ​ກິມ ເຈິງ ອຸນໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ດ້ານ​ການ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາ​ຫຼີ​ຢ່າງ​ຈະ​ແຈ້ງ​ອີກ​ເທື່ອ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ