ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ລ່ວງ​ເຂົ້າ​ນ່ານ​ທະ​ເລ​ຈີນ
2018-05-28 09:40:50  cri 
ວັນ​ທີ 27 ພຶ​ດ​ສະ​ພາ​ນີ້, ທ່ານ​ລູ້​ຄ່າງ​ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກຳ​ປັ່ນ​ຮົບ​ອາ​ເມ​ລິກາ​ລ່ວງເຂົ້າ​ນ່ານ​ທະ​ເລ​ໝູ່​ເກາະ​ຊີ​ຊາ​ຂອງ​ຈີນ ໂດຍ​ກ່າວ​ວ່າ, ວັນ​ທີ 27 ພຶດ​ສະ​ພາ​ນີ້, ກຳ​ປັ່ນ​ຮົບ​ "ຮີ​ກິນ​ສ໌" ແລະ "ອັນ​ເຕຍ​ຕຳ" ຂອງ​ອາ​ເມ​ລິ​ກາ​ໄດ້​ລ່ວງ​ເຂົ້າ​ນ່ານ​ທະ​ເລ​ໝູ່​ເກາະ​ຊີ​ຊາ​ຂອງ​ຈີນ ໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ລັດ​ຖະ​ບານ. ກອງ​ທັບ​ເຮືອ​ຈີນ​ໄດ້​ກວ​ດກາ ແລະ ຈຳ​ແນກ​ຖາ​ນະ​ຂອງ​ກຳ​ປັ່ນ​ຮົບ​ດັ່ງ​ກ່າວ ພ້ອມ​ທັງກ່າວ​ເຕືອນ​ ແລະ ​ຂັບ​ໄລ່​.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ລ່ວງ​ເຂົ້າ​ນ່ານ​ທະ​ເລ​ໝູ່​ເກາະ​ຊີ​ຊາ​ຂອງ​ຈີ​ນ​ອີກ​ເທື່ອ​ໜຶ່ງ, ໄດ້​ລະ​ເມີດ​ກົດ​ໝາຍ​ຂອງ​ຈີນ ແລະ ກົດ​ໝາຍ​ສາ​ກົນ​ທີ່​ກ່ຽວ​ຂ້ອງ, ໄດ້​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ, ທຳ​ລາຍ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ລະ​ບຽບ​ການ​ປົກກະ​ຕິ​ຂອງ​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ. ຈີນ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າ​ງ​ຮຸນ​ແຮງ ແລະ ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ລິ​ກາ, ໄດ້​ທວງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ຢຸດ​ຕິ​ການ​ກະ​ທຳ​ແບບ​ທ້າ​ທາຍ​ທີ່​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຈີນ ແລະ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ. ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທຸກ​ຢ່າງ​ທີ່​ຈຳ​ເປັນ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ