ໂຄງ​ການ​ຂົວ​ກາວ​ແລງ​ຫວຽດ​ນາມ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​ບໍ​ລິ​ສັດ​ຈີນ​ໄດ້​ສ້າງ​ສຳ​ເລັດ​ແລ້ວ
2018-05-28 09:52:58  cri 
ໂຄງ​ການ​ຂົວ​ກາວ​ແລງ​ຫວຽດ​ນາມ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ຂົວ​ທາງ​ຈີນ​ໄດ້​ຈັດ​ພິ​ທີ​​ເປີດ​ນຳ​ໃຊ້ໃນ​ວັນ​ທີ 27 ພຶດ​ສ​ະ​ພາ​ນີ້.

ທ່ານ​ຈິນ​ຢິນ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ພິ​ທີ ແລະ ກ່າວ​ວ່າ, ຂົວ​ກາວ​ແລງ​ມີ​ຮູບ​​​ຊົງທີ່​ສວຍ​ງາມ ແລະ ໃຊ້​ເຕັກ​ນິກ​ກໍ່​ສ້າງ​ທີ່ທັນ​ສະ​ໄໝ ເຊິ່ງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ຍົກ​ການ​ແຂ່ງ​ຂັນ​ຂອງ​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຂອງ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ເຂດ​ດັ່ງ​ກ່າວ ກໍ​ຄື​ຫວຽດ​ນາມ ກັບ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ.

ໂຄງ​ການ​ຂົວ​ກາວ​ແລງ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຫວຽດ​ນາມ, ເປັນ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ, ຍາວທັງ​ໝົດ 2,4 ກິ​ໂລ​ແມັດ ແລະ ເປັນ​ພາກ​ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ໂຄງ​ການ​ເຊື່ອມ​ຕໍ່​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​ຂອງ. ຂົວ​ດັ່ງ​ກ່າວຈະ​ເຮັດ​ໃຫ້​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ທາ​ງ​ບົກ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຫວຽດ​ນາມ​ສົມ​ບູນ​ຂຶ້ນ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ