ໄທ​ກຽມ​ເປີດ​ນຳ​ໃຊ້​ສະ​ຖາ​ນີ​ລົດ​ໄຟ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ປີ 2020
2018-05-28 10:45:50  cri 
ເຈົ້າ​ໜ້າ​ທີ່​ກົມ​ທາງ​ລົດ​ໄຟ​ໄທ​ເປີດ​ເຜີຍ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ, ສະ​ຖາ​ນີ​ລົດ​ໄຟ​ໃຫຍ່​ບາງ​ຊື່ນະ​ຄອນຫຼວງ​ບາງກອກ​ທີ່​ພວມ​ກໍ່​ສ້າງ​ຈະ​ເປີດ​ນຳ​ໃຊ້​ໃນ​ປີ 2020 ເຊິ່ງ​ຈະ​ກາຍ​ເປັນ​ສະ​ຖາ​ນີ​ລົດ​ໄຟ​ໃຫຍ່​ທີ່​ສຸດ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ເຈົ້າ​ໜ້​າ​ທີ່​ຜູ້​ນີ້​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ, ໄດ້​ກໍ່​ສ້າງ​ສຳ​ເລັດ​ໄປ​ແລ້ວ 50%, ຄາດ​ວ່າ​​ຈະ​ສຳ​ເລັດ​ວຽກ​ໂຍ​ທາໂດຍ​ພື້ນ​ຖານ​ໃນ​ເດືອນ​ພະ​ຈິກ​ປີ​ໜ້າ ແລະ ເປີດ​ນຳ​ໃຊ້​ໃນ​ໄຕ​ມາດ​ທີ 3 ປີ 2020. ສະ​ຖາ​ນີ​ດັ່ງ​ກ່າວ​ມີ 3 ຊັ້ນ, ຊັ້ນ​ໜຶ່ງ​ເປັນ​ຫ້ອງ​ໂຖງ​ໃຫຍ່​ສະ​ຖາ​ນີ, ຊັ້ນ​ສອງ​ເປັນ​ຊານ​ສາ​ລ​າ​​ສະ​ຖາ​ນີລົດ​ໄຟ​ທຳ​ມະ​ດາ ແລະ ​ລົດ​ໄຟ​ຊານ​ເມືອງ, ຊັ້ນ​ສາມເປັນ​ຊານ​ສາ​ລາ​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ. ນອກ​ນີ້, ຍັງ​ມີ​​ບ່ອນຈອດ​ລົດ​ໃຕ້​ດິນ ແລະ ທາງ​ຕໍ່​ກັບ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ, ມີ​ເນື້ອ​ທີ່​ປະ​ມານ 3 ແສນ​ຕາ​ແມັດ. ພາຍ​ຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ກາຍ​ເປັນ​ຊຸມ​ທາງ​ຄົມ​ມະ​ນາ​ຄົມ​​ທີ່​ມີ​ທັງ​ລົດ​ໄຟ​ທຳ​ມະ​ດາ, ລົດ​ໄຟ​ຄວາມ​ໄວ​ສູງ, ລົດ​ໄຟ​ຊານ​ເມືອງ ແລະ ລົດ​ໄຟ​ໃຕ້​ດິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ