ຢູນ​ນານ​ຈະ​ສ້າງ​ເວ​ທີ​ບໍ​ລິ​ການ​ອຸດ​ສາ​ຫະ​ກຳ​ຢາງ​ພາ​ລາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ
2018-05-28 10:57:22  cri 
    ສູນ​ຄ້າ​ຂາຍ​ຢາງ​ພາ​ລາ​ສາ​ກົນ​ຢູນ​ນານ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 27 ພຶດ​ສະ​ພານີ້​ວ່າ, ແຂວງ​ຢູນ​ນານ​ຈະ​ສ້າງ​ເວ​ທີ​ບໍ​ລິ​ການ​ອຸດ​ສາ​ຫະ​ກຳ​ຢາງ​ພາ​ລາ​ອາ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເພື່ອ​ແກ້​ໄຂ​ບັນ​ຫາ "ແຈກ​ຢາຍ​ຊະ​ຊາຍ​ແລະ​ກຳ​ລັງ​ອ່ອນ​ແອ" ຂອງ​ອຸດ​ສາ​ຫະ​ກຳ​ຢາງ​ພາ​ລາ, ແລ້ວ​ຍົກ​ສູງ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ອຸດ​ສາ​ຫະ​ກຳ​ຢາງ​ພາ​ລາ​ຂອງ​ປະ​ເທດ​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

    ທ່ານ ວາງ​ໂຈ ຜູ້​ອຳ​ນວຍ​ການ​ໃຫຍ່​ສູນ​ຄ້າ​ຂາຍ​ຢາງ​ພາ​ລາ​ສາ​ກົນ​ຢູນ​ນານ ໃຫ້​ຮູ້​ວ່າ, ເວ​ທີ​ບໍ​ລິ​ການ​ອຸດ​ສາ​ຫະ​ກຳ​ຢາງ​ພາ​ລາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຈະ​ມີ​ສາ​ຂາ​ຢູ່​ຫວຽດ​ນາມ, ລາວ, ​ມຽນ​ມາ ແລະ​ປະ​ເທດ​ອ້ອມ​ຂ້າງ​ຈະ​ສາ​ມາດ​ຊົມ​ໃຊ້​ຕ່ອງ​ໂສ້​ຄ້າ​ຂາຍ​ແລະ​ສະ​ໜອງວັດ​ສະ​ດຸ ພ້ອມ​ດ້ວຍ​ຮູບ​ການ​ຄ້າ​ຂາຍ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ພັດ​ທະ​ນາ​ແລ້ວ.

    ກ່ອນ​ໜ້ານີ້, ສູນ​ຄ້າ​ຂາຍ​ຢາງ​ພາ​ລາ​ສາ​ກົນ​ຢູນ​ນານ ໄດ້​ປະ​ດິດ​ສ້າງ​ຮູບ​ການ​ຈໍ​ລະ​ຈອນ​ຢາງ​ພາ​ລາແບບ "ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ+ການ​ບໍ​ລິ​ການ​ຕ່ອງ​ໂສ້​ສະ​ໜອງ+ການ​ບໍ​ລິ​ການ​ຈໍ​ລະ​ຈອນ​ສິນ​ຄ້າ" ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ