ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ, ກາ​ຊັກ​ສະ​ຖານ, ຣັດ​ເຊຍ ແລະ​ອີ​ຣານ​ຈະ​ຢ້ຽມ​ຢາມ​ຈີນ
2018-05-28 11:01:51  cri 
    ວັ​ນ​ທີ 28 ພຶດ​ສະ​ພານີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ໂຊ​ໂຣນ​ບາຍ ຢິນ​ເບ​ໂຄ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ, ທ່ານ ນູ​ຊູ​ຕັນ ນາ​ຈາ​ບາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ແລະ​ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 6-10 ມິ​ຖຸ​ນາ​ໜ້ານີ້; ທ່ານ ລູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ ຈະ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ຈີນ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ