ທ່ານ​ຫວາງຢີ້ຈະ​ຢ້ຽມຢາມ​ເຢຍລະ​ມັນ, ແບນ​ຊິກ ​ແລະ​ອາ​ຟຣິກາ​ໃຕ້
2018-05-29 17:52:23  cri 
ວັນ​ທີ 28 ພຶດສະພາ​ນີ້, ທ່ານ​ຮ້ວາ​ຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ວ່າ: ​ໂດຍ​ຕອບສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເຮ​ໂກ ​ໂຈ​​ເສ​ຟ ມັສ ລັດຖະມົນຕີກະຊວງ​ການ​ຕ່າ​ງປະ​ເທດ​ເຢຍລະ​ມັນ, ​ທ່ານນາງ​​ແຟ​ເດີຣິກາ ​ໂມ​ແກຣີນ ຜູ້​ຕາງ​ໜ້າ​ສູງສຸດ​ດ້ານ​ນະ​ໂຍບາຍ​ການ​ທູ​ດ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີຣົບ ​ແລະ​ທ່ານລີ​ນດີ​ວີ ສີ​ຊຸ​ລູ ລັດ​ຖະມົນຕີ​ກະຊວງ​​ພົວພັນ​ ​ແລະ​ການ​ຮ່ວມ​ມື​ສາກົນ​ອາ​ຟຣິກາ​ໃຕ້, ທ່ານຫວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດຈີນ​ຈະ​ຢ້ຽມຢາມ​ເຢຍ​ລະ​ມັນ ແລະ​ເຂົ້າ​ຮ່ວມການ​ເຈລະ​ຈາ​ຍຸດ​ທະ​ສາດ​ລະດັບ​ສູງ​ລະຫວ່າງ​ຈີນ-ສະຫະພາບ​ເອີຣົບຮອບ​ທີ 8 ຢູ່​ນະຄອນຫຼວງບຣຸກ​ແຊ​ນປະ​ເທດ​ແບນ​ຊິກ, ຢ້ຽມຢາມ​ອາ​ຟຣິກາ​ໃຕ້ ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດ BRICS.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ