ການ​ກູ້​ຄືນ​ສັນຍາ​ນິວ​ເຄຼຍອີຣານພົວພັນ​ກັບ​ຄວາມ​ໝັ້ນຄົງຂອງ​ສະຫະພາບ​ເອີຣົບ
2018-05-29 17:53:14  cri 
ວັນ​ທີ 28 ພຶດສະພາ​ນີ້, ສະຫະພາບ​ເອີຣົບ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​​ຕ່າງປະ​ເທດ ​ເພື່ອ​ປຶກສາ​ຫາລື​ບັນຫາ​ສັນຍາ​ນິວ​ເຄຼຍອີຣານ, ສະພາບ​ການ​ເຂດ​ກາ​ຊາ ​ແລະ​ຊີຣີ ​ພ້ອມ​ກັບບັນຫາ​ອື່ນໆ. ທ່ານ​ນາງແຟ​ເດີຣີກາ ​ໂມ​ແກຣີນ ຜູ້ຕາງໜ້າສູງ​ສຸດ​ດ້ານ​ນະ​ໂຍບາຍ​ການ​ທູດ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີຣົບກ່າວ​​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາທາງ​ດ້ານ​ເສດຖະກິດ​ຂອງ​ສະ​ຫະພາບ​ເອີຣົບຕໍ່​​ອີຣານໃນ​ກອງ​ປະຊຸມ​ຂ່າວ​ວ່າ: ການ​ກູ້​ຄືນ​ສັນຍາ​ນິ​ວ​ເຄຼຍອີຣານພົວພັນ​ກັບ​ຄວາມ​ໝັ້ນ​ຄົງ​ຂອງສະຫະ​ພາບ​ເອີຣົບ ​ແຕ່​ບໍ່​ແມ່ນ​ຜົນ​ປະ​​ໂຫຍ​ດທາງ​ດ້ານ​ເສດຖະກິດ.

ທ່ານ​ນາງ​​ໂມ​ແກຣິນກ່າວ​ຕື່ມ​ວ່າ: ຖ້າ​ບໍ່​ມີ​ສັນຍາ​ນິວ​ເຄຼຍອີຣານ, ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ​ແລະ​ສະຫະພາບ​ເອີ​ຣົບຈະ​​ຕົກ​ຢູ່​ໃນ​ຄວາມອັນຕະລາຍ ຖ້າ​ສັນຍາ​ນີ້​ບໍ່ມີ​ຜົນ​ສັກສິດ​ອີກ, ຂ້າພະ​ເຈົ້າ​ຄິດ​ວ່າ ບໍ່​ມີ​ວິ​ທີ​ອື່ນ​ໃດ​ທີ່​ຈະສາມາດ​ເຮັດ​ໃຫ້​ພາກ​ພື້ນ​ດັ່ງກ່າວມີ​ຄວາມ​ໝັ້ນ​ຄົງ​ກວ່າ​ເກົ່າ."

ວັນ​ທີ 8 ພຶດສະພາ​ນີ້, ທ່ານ​ທຣຳ​ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ປະກາດ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ ​ແລະ​​ເລີ່​ມ​ການ​ຂວ້ຳ​ບາດ​ຕໍ່​ອີຣານທີ່​ໄດ້​ຍົກ​ເວັ້ນຫຼັງ​ເຊັນ​ສັນຍາ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ