ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ
2018-05-29 15:23:24  cri 
ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິງ​ຕາວ ແຕ່​ວັນ​ທີ 9 ຫາ 10 ມິ​ຖຸ​ນາ​​ໜ້ານີ້, ທ່ານ​ປ​ຣາ​ດີບ ກູ​ມາ ເກຍ​ວາ​ລີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເນ​ປານ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ ແລະ ເນ​ປານ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊິງ​ຕາວ.

ທ່ານ​ເກຍ​ວາ​ລີ​ກ່າວ​ວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ພັດ​ທະ​ນາ​ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ. ປັດ​ຈຸ​ບັນ, ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ການ​​ຕັ້ງ​ຫົວ​ຂໍ້​ສາ​ກົນ​ຂອງ​ອາ​ຊີ​ລ້ວນ​ແຕ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ. ເນ​ປານ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ອອກ​ແຮງ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ ແລະ ເຮັດ​ໃຫ້​ອາ​ຊີ​ກາຍ​ເປັນ​ສູນ​ການ​ພັດ​ທະ​ນາ ແລະ ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ໂລກ​ປັດ​ຈຸ​ບັນ ພາຍ​ໃຕ້​ຂອບອົງການ​ຮ່ວມ​ມື​ຊຽງ​ໄຮ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ