ຕຳຫຼວດ​ຈີນ ແລະ ອີ​ຕາ​ລີເລີ່ມ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ອີ​ຕາ​ລີ​ເປັນ​ຄັ້ງ​ທີ 3
2018-05-29 15:24:04  cri 
ພິ​ທີ​ເລີ່ມ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ອີ​ຕາ​ລີ​ຄັ້ງ​ທີ 3 ລະ​ຫວ່າ​ງ​ຕຳຫຼວດ​ຈີນ ແລະ ອີ​ຕາ​ລີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂຣມ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້ ແລະ ເລີ່ມ​ແຕ່​ວັນ​ດັ່ງ​ກ່າວໄປ​ຫາ​ວັນ​ທີ 17 ມິ​ຖຸ​ນາ​ໜ້າ​ນີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ 10 ຄົນ​ຂອງ​ຈີນ​ຈະ​ແບ່ງ​ເປັນ 4 ຈຸ ແລະ ຮ່ວມ​ລາດ​ຕະ​ເວນ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີ​ຕາ​ລີ​ຢູ່ 4 ຕົວ​ເມືອງ​ອີ​ຕາ​ລີ ເພື່ອ​ຊ່ວຍ​ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ​ແກ້​ໄຂ​ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຊາວ​ຈີນ​ຢູ່​ອີ​ຕາ​ລີ ແລະ ປະ​ຊາ​ຊົນ​ຈີນ​ທີ່​ໄປ​ທ່ຽວ​ອີ​ຕາ​ລີ.

ໃນ​ຫຼາຍ​ປີ​ມາ​ນີ້, ການ​ພົວ​ພັນ​ຈີນ-ອີ​ຕາ​ລີ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ​ສອງ​ປະ​ເທ​ດ​ໄດ້​ຮັກ​ສາການ​ໄປ​ມາ​ຫາ​ສູ່​ດ້ານ​ວັດ​ທະ​ນະ​ທຳ​ຢ່າງ​ເປັນ​ປະ​ຈຳ. ການ​ລາດ​ຕະ​ເວນ​ຮ່ວມ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ປະ​ຕິ​ບັດ​ກົດ​ໝາ​ຍ​ລະ​ຫວ່າງ​ສອງ​ປະ​ເທດ, ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊັບ​ສິນ ແລະ ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຈີນ ແລະ ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ອີ​ຕາ​ລີ, ສ່ອງ​ແສງ​ໃຫ້​ເຫັນ​ພາບ​ລັກ​ທີ່​ດີ​ງາມ​ ແລະ ຄຸນ​ສົມ​ບັດ​ທີ່​ດີ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ ແລະ ໄດ້​ຮັບ​ການ​ຕ້ອນ​ຮັບ​ແລະ​ເຫັນ​ດີ​ເປັນ​ຢ່າງ​ສູງ​ຈາກ​ປະ​ຊາ​ຊົນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ