ຈີນ​​ເຊີນ​ຊວນ​ປະ​ເທດ​ຕ່າງໆ​​ຮ່ວມ​ມື​ດ້ານ​ວຽກ​ງານ​ອະ​ວະ​ກາດ​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ
2018-05-30 10:59:17  cri 
ວັນ​ທີ 28 ພຶດ​ສະ​ພາ​ນີ້, ​ຄະ​ນະ​ຜູ້​ແທນ​ປະ​ຈຳ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ທີ່ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ພ້ອມ​ດ້ວຍຫ້ອງ​ການ​ວຽກ​ງານ​ອະ​ວະ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ພິ​ທີ​ເປີດ​ໂອ​ກາດການ​ຮ່ວມ​ມື​ສາ​ກົນ​​ດ້ານ​ວຽກ​ງານສະ​ຖາ​ນີ​ອະ​ວະ​ກາດ​ຈີນ​ຢ່າງ​ເປັນ​ທາງ​ການ​ຂຶ້ນ, ໂດຍ​​ໄດ້ເຊີນ​ຊວນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ອະ​ວະ​ກາດ​​ກັບຈີນ​ຢ່າງ​ຈິງ​ໃຈ, ແລະ​ນຳ​ໃຊ້​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ດ້າ​ນ​ການ​ທົດ​ລອງ​ຢູ່​ໃນ​​ແລະ​ຢູ່ນອກ​ສະ​ຖາ​ນີ​ອະ​ວະ​ກາດ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ