ຈັດ​ງານ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ມຽນ​ມາ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2018-05-30 16:25:34  cri 
ຕາມ​ຂ່າວ CRI: ງານ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຖານ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ໃນ​ວັນ​ທີ 29 ພຶດ​ສະ​ພາ​ນີ້. ທ່ານ​ເຢ​ມົນ ເລ​ຂາ​ທິ​ການ​ປະ​ຈຳ​ການ​ຂອງ​ກະ​ຊວງ​ທ່ອງ​ທ່ຽວ​ມຽນ​ມາ​ເປີດ​ເຜີຍ​ໃນ​ງານ​ໂຄ​ສະ​ນາ​ດັ່ງ​ກ່າວ​ວ່າ, ເລີ່ມ​ແຕ່​ວັນ​ທີ 1 ຕຸ​ລາ​ປີ​ນີ້​ເປັນ​ຕົ້ນ​ໄປ, ມຽນ​ມາ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍວີ​ຊ່າ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ.

ທ່ານ​ທິດ​ລິນ​ອົນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ກ່າວ​ວ່າ, ມຽນ​ມາ​ແລະ​ຈີນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ, ແຕ່​ວ່າ​ໃນ​ປີ​ຜ່ານ​ມາ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ມຽນ​ມາ​ມີ​ພຽງ​ແຕ່ 2 ແສນ​ເທື່ອ​ຄົນ​ເທົ່າ​ນັ້ນ, ຫວັງ​ວ່າຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ມຽນ​ມາ​ນັບ​ມື້​ນັບ​ຫຼາ​ຍ​ຂຶ້ນ, ເພື່ອ ສຳ​ຜັດ​ປະ​ເທດ​ທີ່​ມີ "ມິດຕະພາບຖານ​ອ້າຍ​ນ້ອງ​ຈີນ-​ມຽນມາ" ​ດ້ວຍ​ຕົນ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ