ຜູ້​ຊ່ວຍ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງການ​ຮ່ວມມື​ອາຊີ​ຕາ​ເວັນ​ອອກ
2018-05-30 18:39:19  cri 
ວັນ​ທີ 29 ພຶດສະພາ​ນີ້, ທ່ານ​ຮ້ວາ​ຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມຖະ​ແຫຼ​ງ​ຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ແຕ່ວັນ​ທີ 6 ຫາ​ວັນ​ທີ 8 ມິຖຸນາ​ນີ້, ຈະ​ມີ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນກັບ​ຈີນ, ຍີ່​ປຸ່ນ ​ແລະ​ສ.​ເກົາຫຼີ (10+3), ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນອອກ​(EAS), ກອງປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນ ​ແລະກອງ​ປະຊຸມ​ປຶກສາ​ຫາລືລະຫວ່າງ​ເຈົ້າ​ໜ້າ​ທີ່ຂັ້ນສູງຈີນ-ອາ​ຊຽນ​ເທື່ອ​ທີ 24 ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ສິງກະ​ໂປ. ທ່ານ​ເຊີນ​ສຽວ​ຕຸ່ງ ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະນະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ທ່ານ​ຮ້ວາ​ຊຸ່ນຢີງກ່າວ​ຕື່ມວ່າ: ກອງ​ປະຊຸມ​​ຈະສຸມ​ໃສ່​ປຶກສາ​ຫາລື​ທິດ​ທາງ​ການ​ພັດທະນາ​ກົນ​​ໄກ​ການ​ຮ່ວມ​ມື ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ໃນຂົງ​ເຂດ​ຕ່າງໆ, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບບັນຫາ​ພາກ​ພື້ນ​ສາກົນ​ທີ່​ສົນ​ໃຈ​ຮ່ວມ​ກັນ ​ເພື່ອ​ກະກຽມ​ໃຫ້​​ແກ່ກອງ​ປະຊຸມຕ່າງໆ​ຜູ້ນຳ​ການ​ຮ່ວມມື​ອາຊີ​ຕາ​ເວັນ​ອອກ ​ແລະ​ກອງ​ປະຊຸມຕ່າງໆ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​​ໄລ​ຍະເຄິ່ງຫຼັງປີ 2018 ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ