ຜູ້ນຳ​ສປປ.​ເກົາຫຼີ​ກຳລັງ​​​ເດີນທາງ​ໄປ​ອາ​ເມ​ລິ​ກາ
2018-05-30 18:39:58  cri 
ວັນ​ທີ 29 ພຶດສະພາ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ: ທ່ານ​ກິມຢົງ​ໂຈນ ຮອງ​ປະທານຄະນະ​ກຳມະການ​ສູນ​ກາ​ງພັກ​​ແຮງ​ງານສປປ.​ເກົາຫຼີພວ​ມ​ເດີນທາງ​ໄປ​​ນະຄອນ​ນິວ​ຢອກ​ອາ​ເມ​ລິ​ກາ ​ເພື່ອ​ຈະ​ປຶກສາ​ຫາລື​ກັບ​ຝ່າຍ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ພົບ​ປະ​ລະຫວ່າງ​ຜູ້ນຳ​ອາ​ເມ​ລິ​ກາ ​ແລະ​ສປປ.​ເກົາຫຼີ​ທີ່​ຈະ​ມາ​ເຖິງ​ນີ້.
ທ່ານ​ທຣຳ​ໄດ້​ກ່າວ​ໃນ​ສື່ສັງຄົມ​ອອກ​ລາຍວ່າ: ອາ​ເມ​ລິ​ກາ​ໄດ້ປະກອບ​ຄະນະ​ຜູ້​ແທນ​ເພື່ອ​ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ອາ​ເມ​ລິ​ກາ ​ແລະ​ສປປ.​ເກົາ​ຫຼີ, ສອງ​ຝ່​າຍພວ​ມ​ຈັດການ​ເຈລະຈາ​​ຕ່າງໆ​ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງຜູ້ນຳ​ສູງ​ສຸດຂອງ​ສອງ​ປະ​ເທດ.
​ມໍ່ໆ​ນີ້, ຝ່າຍ​ອາ​ເມ​ລິ​ກາ, ສປປ.​ເກົາຫຼີ ​ແລະ​ສ.​ເກົາຫຼີກໍ​ໄດ້​ເປີດ​ເຜີຍ​ວ່າ: ຫວັງ​ວ່າການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ອາ​ເມ​ລິ​ກາ ​ແລະ​ສປປ.​ເກົາຫຼີຈະ​ສາມາດ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 12 ມິຖຸນາ​ໜ້ານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ