​ເຈົ້າ​ໜ້າ​ທີ່​ຂ່າວສານ ​ແລະ​ນັກ​ຂ່າວ​ຟິລິບ​ປິນທີ່​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​​ຢ້ຽມຢາມສຳນັກ​ຂ່າວສານ​ຈີນ
2018-05-30 18:40:57  cri 
ວັນ​ທີ 29 ພຶດສະພາ​ນີ້, ​ເຈົ້າ​ໜ້າ​ທີ່​ຂ່າວສານ ​ແລະ​ນັກ​ຂ່າວ​ຟິລິບ​ປິນ​ທີ່​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມໄດ້​ຢ້ຽມຢາມ​ສຳນັກ​ຂ່າວສານ​ຈີນ ​ເຊິ່ງສຳ​ມະ​ນາກ​ອນດັ່ງກ່າວ​ມີ 22 ຄົນ​ ລວມທັງ​ເຈົ້າ​ໜ້າ​ທີ່​ຫ້ອງການຖະ​ແຫຼ​ງ​ຂ່າວປະທານາທິບໍດີ ​ແລະ​ອົງການຂ່າວສານ​ແຫ່ງ​ຊາດ ພ້ອມ​ດ້ວຍຈາກ​ສື່​ມວນ​ຊົນ​ຕົ້ນຕໍ​ຟິລິບ​ປິນ.
ສຳ​ມະ​ນາກ​ອນຟິລິບ​ປິນໄດ້​ຢ້ຽຢຢາມ​​ສຳນັກ​ຂ່າວສານ​ຈີນຫຼາຍ​​ແຫ່ງ ຄື: ວາລະສານ​ຂ່າວສານ​ຈີນລາ​ຍອາທິດ, ​ເວັບ​ໄຊ​ຂ່າວສານ​ຈີນ, ສູນ​ກາງ​ຕ່າ​ງປະ​ເທດ, ສູນ​ຜະລິດ​ວິ​ດີ​ໂອ ​ແລະ​ອື່ນໆ, ພ້ອມ​ທັງໄດ້​ແລກປ່ຽນພົບ​ປະ​ເຊິ່ງກັນ ​ແລະ​ກັນ​ອີກ​ດ້ວຍ.
ຊຸດ​ອົບຮົມ​ດັ່ງກ່າວ​ແມ່ນຫ້ອງ​ການຖະ​ແຫຼ​ງຂ່າວລັດຖະບານ​ຈີນ ​ແລະ​ກະຊວງ​ການ​ຄ້າ​ຈີນຮ່ວມ​ກັນ​ເປັນ​ເຈົ້າພາບ ​ແລະ​ຈັດ​ຕັ້ງປະຕິບັດ​ໂດຍ​ກຸ່ມ​ພິມ​ຈຳ​ໜ່າຍ​ສາກົນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ