ຜູ້​ພິ​ພາກ​ສາ​ຂັ້ນ​ຮາກ​ຖານຈີນ​ເລົ່າ​​ກ່ຽວ​ກັບຕຸ​ລາ​ການ​​ເພື່ອ​ປະ​ຊາ​ຊົນ
2018-05-31 11:24:45  cri 
ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ພົບ​ປະ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ນີ້​ໂດຍ​ເຊີນ​ຜູ້​ພິ​ພາກ​ສາ​ຂັ້ນ​ຮາກ​ຖານ​ມາ​ເລົ່າ​ກ່ຽວ​ກັບ​ຕຸ​ລາ​ການ​ເພື່ອ​ປະ​ຊາ​ຊົນ​ທັງ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ວຽກ​ງານ​ຕຸ​ລາ​ການ​ເພື່ອ​ປະ​ຊາ​ຊົນ​ແນວ​ໃດ.

ທ່ານ​ກ່າວ​ສ້ຽວ​ລີ້ ຜູ້​ພິ​ພາກ​ສາ​ສານ​ທີ 4 ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ​ເຫັນ​ວ່າ: ການ​ຍຶດ​ໝັ້ນຫຼັກ​ການ​ຕັດ​ສິນ​ຕາມຫຼັກ​ຖານ​ເປັນ​ເນື້ອ​ໃນ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ, ສານ​ປະ​ຊາ​ຊົນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນຫຼັກ​ການ​ນີ້​ເພື່ອ​ຮັບ​ປະ​ກັນ​ໃຫ້​ຄະ​ດີ​ອາ​ຍາ​ທຸກໆ​ຄະ​ດີ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຍຸ​ຕິ​ທຳ.

ທ່ານນາງ​ຈ່ຽງ​ຢິງ ຜູ້​ພິ​ພາກ​ສາ​ຂອງ​ສານ​ສັບ​ຊິນ​ທາງ​ປັນ​ຍາ​ນະ​ຄອນຫຼວງ​ປັກ​ກິ່ງ​ຢືນ​ຢັນ​ວ່າ: ການ​ປົກ​ປ້ອງ​ສັບ​ຊິນ​ທາງ​ປັນ​ຍາ​ຄື​ເປັນ​ການ​ປົກ​ປ້ອງ​ການ​ປະ​ດິດ​ສ້າງ ແລະ​​ເພື່ອ​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ເຈົ້າ​ຂອງ​ລິ​ຂະ​ສິດ,ສານ​ຊັບ​ສິນ​ທາງ​ປັນ​ຍາ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ ເຊິ່ງ​ໄດ້ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ເຈົ້າ​ຂອງ​ລິ​ຂະ​ສິດໃນ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ທາງ​ຕຸ​ລາ​ການ.

ນອກ​ນີ້, ບັນ​ດາ​ຜູ້​ພິ​ພາກ​ສາ​ຂັ້ນ​ຮາກ​ຖານ​ຍັງ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​​ໃນ​ການ​ແກ້​ໄຂ​ບັນ​ຫາ​ຂໍ້​ຫຍຸ້ງ​ຍາກ​ສັບ​ສົນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຕົວ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ