ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຂໍ​ວີ​ຊາ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ເປັນ​ເລື່ອງ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ
2018-05-31 11:30:13  cri 
ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ຕາມ​ປົກ​ກະ​ຕິ​ໃນວັນ​ທີ 30 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ລາຍ​ງານ​ຂ່າວ​ທີ່​ວ່າ ອາ​ເມ​ລິ​ກາ​ມີ​ແຜນ​ຈະ​ຈຳ​ກັດ​ອາ​ຍຸ​ການ​ວີ​ຊາ​ຂອງ​ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຢູ່​ປະ​ເທດ​ຕົນ ໃນ​ນີ້​ລວມ​ທັງ​ນັກ​ສຶກ​ສາ​ ​ວິ​ຊາ​ຫຸ່ນ​ຍົນ,ການ​ບິນ ​ແລະ​ການ​ບິນ​ອະ​ວະ​ກາດ, ອຸດ​ສາ​ຫະ​ກຳ​ໄຮ​ເທັກ​ແລະ​ວິ​ຊາ​ອື່ນໆ. ທ່ານ​ນາງ​ຮ​ວ້າ​ຊົນ​ຢິງ​ກ່າວ​ວ່າ: ດັ່ງ​ທີ່​ທຸກ​ຄົນ​ຮູ້​ດີ​ວ່າ ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ເປັນ​ພື້ນ​ຖານ​ສຳ​ຄັນ​ແຫ່ງ​ການ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເຊິ່ງ​ລວມ​ທັງ​ຈີນ​ແລະອາ​ເມ​ລິ​ກາ. ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​​ຂໍ​ວີ​ຊາ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ເປັນ​ເລື່ອງ​ທີ່​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ​ແລະ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ. ຈີນ​ເຫັນ​ວ່າ ສອງ​ຝ່າຍ​ຈີນ-ອາ​ເມ​ລິ​ກາ​ລ້ວນ​ແຕ່​ຄວນ​ໃຊ້​ມາດ​ຕະ​ການ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ມີ​ຄວາມ​ສະ​ດວກຫຼາຍ​ຂຶ້ນ, ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ, ​ແຕ່​ບໍ່​ແມ່ນ​ເຮັດ​ແບບ​ກົງ​ກັນ​ຂ້າມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ