ເປີດ​ງານ​ສິລະ​ປະ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2018-05-31 14:29:57  cri 
ງານວ​າງ​​ສິລະ​ປະປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງທີ່​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ຈັດ​ຂຶ້ນ​ໄດ້​ໄຂ​ຂຶ້ນ​ຢູ່​ໂຮງ​ລະ​ຄອນ​ປາວ​ລີ້​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ພຶດ​ສະ​ພາ​ນີ້. ທ່ານ​ໂລ້​ຊູ້​ກ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂແລະ​​ກ່າວ​ປາ​ໄສ.

ວົງ​ດົນ​ຕີຊົນ​ເຜົ່າ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ຈາກ​ຈີນ, ກຽກ​ກິດ​ສະ​ຖານ, ຣັດ​ເຊຍ​ແລະອຸສ​ເບ​ກີ​ສະຖານໄດ້​ສະ​ແດງ​ລາຍ​ການ​ທີ່​ມີ​ເປັນ​ເອ​ກະ​ລັກຂອງ​ປະ​ເທດ​ຕົນ. ໃນ​ໄລ​ຍະ​ຈັດ​ງານ​ວາ​ງ​​ສິ​ລະ​ປະ​​ດັ່ງ​ກ່າວ​ຍັງ​ຈະ​ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮອີກ, ແລະ​ນັກ​ສິ​ລະ​ປິນຈາກ​ປະ​ເທດ​ຕ່າງໆ​ທີ່​ມາ​ປະ​ເທດ​ຈີນ​ມາ​ເຂົ້າ​ຮ່ວມ​​ງານ​ຍັງ​ຈະ​ໄດ້ ແລກ​ປ່ຽນ​ການ​ສະ​ແດງ​ສິ​​ລະ​ປະ​ຕ່າງໆ, ການ​ຄົ້ນ​ຄວ້າ​ສີ​ມື​ແລະ​ອື່ນໆຮ່ວມ​ກັນ​ອີກ​ດ້ວຍ.

ງານວ​າງ​ສິ​ລະ​ປະ​ຄັ້ງ​ນີ້​ຈະ​ດຳ​ເນີນ​ຮອດ​ວັນ​ທີ 1 ມິ​ຖຸ​ນາ​ໜ້າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ