ປີ 2017 ຜ່ານ​ມາ​ຄຸນ​ນະ​ພາບ​ອາ​ກາດ​ແລະ​ນ້ຳ​ທົ່ວ​ປະເທດ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ
2018-06-01 11:21:41  cri 
ກະ​ຊວງ​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ຈີນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ພາບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຈີນ2017 ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ ເຊິ່ງ​ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2017 ຜ່ານ​ມາ, ຄຸນ​ນະ​ພາບ​ອາ​ກາດ​ແລະ​ນ້ຳ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ, ລະ​ບົບ​ນິ​ເວດ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.

ທ່ານຫຼິວ​ຈື້​ສວນ ຫົວ​ໜ້າ​ກົມ​ຕິດ​ຕາມ​ວັດ​ແທກ​ສິ່ງ​ແວດ​ລ້ອມ​ກະ​ຊວງ​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ຈີນ​ໃຫ້​ຮູ້​ວ່າ: ປີ 2017 ຜ່ານ​ມາ, ຄຸນ​ນະ​ພາບ​ອາ​ກາດທົ່ວ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ,ໃນ​ຕົວ​ເມືອງ​ລະ​ດັບນະ​ຄອນ ​ 338 ແຫ່ງ​ໃນ​ທົ່ວ​ປະ​ເທດ, ​ຄຸນ​ນະ​ພາບ​ອາ​ກາດ​ຂອງ 99 ​ນະ​ຄອນ​ໄດ້​ມາດ​ຕະ​ຖານ, ກວມ 29,3%ຂອງ​ ​ຕົວ​ເມືອງ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ.

ອີງ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ​ກຳ​ນົດ​ໄວ້​ວ່າ: ກະ​ຊວງ​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ໄດ້​ຮ່ວມ​ກັບ 11 ​ອົງ​ການ​ລັດ​ຖະ​ບານ​ເຊັ່ນ ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ,ກະ​ຊວ​ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ອື່ນໆ​ສຳ​ເລັດ​ການ​ສ້າງ​ບົດ​ລາຍ​ງານ​ສະ​ພາບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຈີນ 2017 ເຊິ່ງ​ເປັນ​ບົດ​ລາຍ​ງານ​ເປີດ​ເຜີຍ​ປະ​ຈຳ​ປີ​ກ່ຽວ​ກັບ​ສະ​ພາບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ