ຈີນ​ເຫັນ​ວ່າ​ປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ຄວນ​ຢຸດ​ຕິ​ການ​ປະ​ທະ​ກັນ​ແບບ​ນອງ​ເລືອດ​ໃນ​ທັນ​ທີ
2018-06-01 14:43:13  cri 
ທ່ານ​ກົ່ງ​ສຽວ​ເຊິ່ງ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຂອງ​ຈີນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ເອ​ຢິບ​ກ່າວ​ເນັ້ນ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມານີ້​ວ່າ: ປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ຄວນ​ຢຸດ​ຕິ​ການ​ປະ​ທະ​ກັນ​ແບບນອງ​ເລືອດ​ໃນ​ທັນ​ທີ​ ແລະ​ການ​ເຈ​ລະ​ຈາ​ແລະ​ສົນ​ທະ​ນາ​ທາງ​ການ​ເມືອງ​ເປັນ​ທາງ​ອອກ​ພຽງ​​ໜຶ່ງດຽວ​ເທົ່າ​ນັ້ນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕິນ-ອິ​ສ​ຣາ​ແອນ.

ທ່ານ​ກົ່ງ​ສຽວ​ເຊິ່ງ​ກ່າວ​ຕື່ມ​ວ່າ: ຈີນ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ສະ​ພາບ​​ເຄັງ​ຕຶງຂອງ​ປາ​ແລັ​ສ​ຕິນ​ໃນ​ປັດ​ຈຸ​ບັນ ແລະ​ຈີນ​ເຫັນ​ວ່າ: ປະ​ຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ຍຶດ​ໝັ້ນ "ແຜນ​ການ​ສອງ​ປະ​ເທດ", ປະ​ຕິ​ບັດ​ຕາມ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ສາ​ກົນ​ທີ່​ມີ​ຢູ່​ແລ້ວ​ເຊັ່ນ​ວ່າ ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ອາ​ຣັບ​ແລະ​ອື່ນໆ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສ້າງ​ສັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​​ປາແລັ​ສ​ຕິນ​ດ້ວຍ​ວິ​ທີ​ທາງ​ການ​ເມືອງ.

ທ່ານ​ກົ່ງ​ສຽວ​ເຊິ່ງ​ຢືນ​ຢັນ​ວ່າ ຈີນ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ເອ​ຢິບ​​​ໃນ​ການ​ສົ່ງ​ເສີມ​ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ, ​ພ້ອມ​ທັງ​ຍິນ​ດີ​​ຮັກ​ສາ​ການປະ​ສານ​ງານ​ແລະ​ຮ່ວມ​ມື​ກັບ​ເອ​ຢິບ​ແລະ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ