ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ປັກ​ກິ່ງກ່ຽວ​ກັບ​ວຽກ​ງານ​ສື່ມວນ​ຊົນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້ 2018 ຢ່າງ​ສຳ​ເລັດ​ຜົນ
2018-06-01 15:05:35  cri 
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ,​ເວ​ທີ​ປຶກ​ສາ​ຫາ​ລື​ປັກ​ກິ່ງ​ກ່ຽວ​ກັບ​ວຽກ​ງານ​ສື່ມວນ​ຊົນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ.

ໃນ​ມື້​ດັ່ງ​ກ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ຂອງ​ສື່ມວນ​ຊົນທີ່​ຂຶ້ນ​ກັບ​ນະ​ຄອນ​ປັກ​ກິ່ງ​ແລະ​ຜູ້​ບໍ​ລິ​ຫານ​ງານ​ຂັ້ນ​ສູງ,ນັກ​ຂ່າວ​ຕ່າງ​ປະ​ເທດ​ຈາກ 8 ປະ​ເທດ​ເຊັ່ນ: ກາ​ຊັກ​ສະ​ຖານ,ອຸ​ສ​ເບ​ກີ​ສະ​ຖານແລະ​ປາ​ກິ​ສະ​ຖານ 20 ກວ່າ​ທ່ານ​ໄດ້​ແລ​ກ​ປ່ຽນຄວາມ​ຄິດ​ເຫັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ກ​ານ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ປະ​ດິດ​ສ້າງ​ໃໝ່,ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ". ໃນ​ຂັ້ນ​ຕອນ​ການ​ປຶກ​ສາ​ຫາ​ລື​ໂຕະ​ມົນ, ໄດ້​ປຶກ​ສາ​ຫາ​ລືໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮທີ່​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ".

ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້​ຍັງ​ໄດ້​ຮ່ວມ​ກັບ​ສື່ມວນ​ຊົນ​ທີ່​ຂຶ້ນ​ກັບ​ນະ​ຄອນ​ປັກ​ກິ່ງ​ໄດ້​ເນັ້ນ​ໜັກ​ວ່າຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ຕັ້ງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ