ຈີນ​ຈະ​ເປີດ​ເຜີຍບັນ​ຊີ​ລາ​ຍ​ການ​ທາງ​ລົບ​ການ​ລົງ​ທຶນ​ຈາກ​ຕ່​າງ​ປະ​ເທດ​​ສະ​ບັບ​ໃໝ່​ກ່ອນ​ວັນ​ທີ 30 ມິ​ຖຸ​ນາ​ນີ້
2018-06-01 16:28:30  cri 
ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ກ່າວ​ເຟີງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ປັດ​ຈຸ​ບັນ, ວຽກ​ງານ​ກ່ຽວ​ກັບ​ບັນ​ຊີ​ລາຍ​​ການ​ທາງ​ລົບ​ການ​ລົງ​ທຶນ​​ຈາກຕ່າງ​ປະ​ເທດ​ຂອງ​ຈີນ​ພວມ​ດຳ​ເນີນ​ຢ່າງ​ຕັ້ງ​ໜ້າ, ແລະ​ຈະ​ເປີດ​ເຜີຍ​ກ່ອນ​ວັນ​ທີ 30 ມິ​ຖຸນ​າ​ນີ້.

ທ່ານ​ກ່າວ​ເຟີງ​ ກ່າວ​ວ່າ, ​ໃນບັນ​ຊີ​ລາຍ​ການ​ທາງ​ລົບ​ສະ​ບັບ​ໃໝ່​ນັ້ນ, ​ນອກ​ຈາກມີ​ມາດ​ຕະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​​ໃນ​ຂົງ​ເຂດ​ການ​ເງິນ​ແລະ​ລົດ​ທີ່​​ໄດ້​ປະ​ກາດ​ໃນ​ເມື່ອ​ກ່ອນ​ແລ້ວ, ຍັງ​ຈະ​ຍົກ​ເລີກ​ຫຼື​ຫຼຸດ​ຄວາມ​ຈຳ​ກັດ​ຕໍ່​ທຶນ​ພາຍນອກ​ໃນ​ຫຼາຍ​ຂົງ​ເຂດ​​ອື່ນເຊັ່ນ: ພະ​ລັງ​ງານ, ຊັບ​ພະ​ຍ​າ​ກອນ, ພື້ນ​ຖານ​ໂຄງ​ລ່າງ, ການ​ຂົນ​ສົ່ງ​ແລະ​ຄົມ​ມະ​ນາ​ຄົມ, ການ​ຈໍ​ລະ​ຈອນ​ສິນ​ຄ້າ, ການ​ບໍ​ລິ​ການ​ວິ​ຊາ​ຊີບ​ແລະ​ອື່ນໆ.

ທ່ານ​ກ່າວ​ເຟີງ​ກ່າວ​ຕື່ມ​ວ່າ, ບັນ​ຊີ​ລາຍ​ການ​ທາງ​ລົບ​ສະ​ບັບ​ໃໝ່​ຈະ​ເປີດ​ເຜີຍ​ມາດ​ຕະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຫຼາຍ​ປີ​ຕໍ່​ໜ້າ​ດ້ວຍ​ວິ​ທີ​ທີ່​ກຳ​ນົດ​ໄລ​ຍະ​ຂ້າມ​ຜ່ານ​ໃຫ້​ແກ່​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ