ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເພີ່ມ​ຂຶ້ນ 20,7% ໃນ​ໄຕ​ມາດ​ທີ​ໜຶ່ງ
2018-06-01 16:29:00  cri 
ທ່ານກ່າວ​ເຟີງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ວ່າ, ພາຍ​ຫຼັງ​ອງ​ການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ຮັບ​ໝາກ​ຜົນ​ທີ່​ປະ​ຈັກ​ຕາ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ເພີ່ມ​ຂຶ້ນ 20,7%.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ນີ້, ທ່ານ​ກ່າວ​ເຟີງ ກ່າວ​ວ່າ, ປີ 2017, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ບັນ​ລຸ​ເຖິງ 217 ຕື້ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 19%. ໃນ​ໄຕ​ມາດ​ທີ​ໜຶ່ງ​ມູນ​ຄ່າ​ການ​ຄ້າ​ສືບ​ຕໍ່​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ​ດີ. ມາ​ຮອດ​ທ້າຍ​ເດືອນ​ເມ​ສາ​ປີ​ນີ້, ການ​ລົງ​ທຶນ​ຂອງ​ຈີນ​ຕໍ່​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ປະ​ເພດ​ຕ່າງໆ​ມີ​ປະ​ມານ 84 ຕື້​ໂດ​ລາສະ​ຫະ​ລັດ, ມີ​ໂຄງ​ການ​ຂະ​ໜາດ​ໃຫຍ່​ຮ່ວມ​ກັນ​ດຳ​ເນີນ​ຢ່າງ​ສະ​ດວກ. ພ້ອມ​ກັນ​ນັ້ນ, ມູນ​ຄ່າ​ຮັບ​ເໝົາ​ໂຄງ​ການ​ຂອງ​ຈີນ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ບັນ​ລຸ​ເຖິງ 156 ຕື້ 900 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ກາຍ​ເປັນ​ໂຄງ​ການ​ໂຕ​ແບບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ