ອາ​ເມ​ລິ​ກາ​ຈະ​ເກັບ​ພາສີສູງ​ຕໍ່​ຜະລິດ​ຕະພັນ​​ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມຂອງ​ສະຫະ​ພາບ​ເອີຣົບ
2018-06-01 15:20:10  cri 
ວັນ​ທີ 31 ພຶດສະພາ​ຜ່ານ​ມາ, ທ່ານ​ວີ​ວ​ເບີ ​ໂຣສ ລັດຖະມົນຕີ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ກ່າວ​ວ່າ: ອາ​ເມ​ລິ​ກາ​ຈະ​ເກັບ​ພາສີ​ 25% ຕໍ່​ຜະລິດ​ຕະພັນ​ເຫຼັກ​ກ້າ ​ແລະ 10% ຕໍ່​ຜະລິດ​ຕະພັນ​ອາ​ລູມີ​ນຽມ​ຈາກ​ສະຫະພາບ​ເອີ​ຣົບ, ກາ​ນາ​ດາ ​ແລະ​ເມັກຊິກ​ນັບ​ແຕ່​ວັນ​ທີ 1 ມິຖຸນາ​ນີ້​ເປັນ​ຕົ້ນ​ມາ.
ທ່ານ​ໂຣສ​ແຈ້ງ​ຂ່າວ​ທາງໂທລະສັບ​ວ່າ: ທ່ານ​ໂດ​ນັນ ທຣຳ ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຕັດສິນ​ໃຈ​ຢຸດ​ເຊົາ​ການ​ຍົກ​ເວັ້ນການ​ເກັບ​ພາສີ​​ຕໍ່​ຜະລິດ​ຕະພັນ​ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມ​ຈາກ 3 ກຸ່ມ​ເສດຖະກິດ ຄື: ສະຫະພາບ​ເອີຣົບ, ກາ​ນາ​ດາ ​ແລະ​ເມັກ​ຊິກ.
ທ່ານ​ກ່າວ​ຕື່ມ​ວ່າ: ອາ​ເມ​ລິ​ກາ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ກັບ​ອາກຊັງ​ຕີນ, ອົດ​ສະຕຣາລີ ​ແລະ​ເບຼຊິນກ່ຽວ​ກັບ​ການຈຳກັດການ​ສົ່ງ​ອອກ​ຜະລິດ​ຕະພັນ​ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມ​ໃຫ້​ອາ​ເມ​ລິ​ກາ. ຂະ​ນະ​ດຽວ​ກັນ, ລັດຖະບານ​​ທຣຳຄອງ​ຄອຍ​ຈະສືບ​ຕໍ່ດຳ​ເນີນ​ການ​ເຈລະຈາ​ການ​ຄ້າກັບ​ສະຫະພາບ​ເອີຣົບ, ກາ​ນາ​ດາ ​ແລະ​ເມັກ​ຊິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ