ຈີນ​ໄດ້​ຕອບ​ຮັບ​ຕໍ່​ອິນ​ເດຍ ​ແລະ​ປາກິ​ສະຖານ​ທີ່​ຍີ​ນດີ​ປະຕິບັດ​ຕາມ​ສັນຍາຢຸດ​ຍິງ​ປີ 2003
2018-06-01 15:28:52  cri 
ວັນ​ທີ 31 ພຶດສະພາ​ນີ້, ທ່ານນາງ​ຮ້ວາ​ຊຸ່ນຢີງ ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບຮັບໃນ​ກອງ​ປະຊຸມ​ຖະ​​ແຫຼງຂ່າວ​ຢູ່​ນະຄ​ອນຫຼວງ​ປັກ​ກິ່ງ​ທີ່ອິນ​ເດຍ ​ແລະ​ປາ​ກິ​ສະຖານ​ຍີ​ນດີ​ປະຕິບັດ​ຕາມ​ສັນຍາ​ຢຸດ​ຍິງທີ່​ໄດ້​ເຊັນ​ໃນ​ປີ 2003 .
ມີ​ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 29 ພຶດສະພາ​ຜ່ານ​ມານີ້, ອິນ​ເດຍ ​ແລະ​ປາ​ກິ​ສະ​ຖານ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​​ໂດຍຍີ​ນດີ​ປະຕິບັດ​ຕາມ​ສັນຍາ​ຢຸດ​ຍິງ​ທີ່​ໄດ້​ເຊັນກັນ​ໃນ​ປີ 2003 ​ເພື່ອ​ຮັກສາ​ສັນຕິພາບຢູ່ເຂດ​ແຄ​ສ​ເມຍ. ​ຜູ້​ສັນທັດ​ກໍລະນີ​ກ່າວ​ວ່າ: ລັດຖະບານ​ສອງ​ປະ​ເທດ​ໄດ້​​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ​ຖ້າມີ​ບັນຫາ​ໃດໆ​​ເກີດ​ຂຶ້ນກໍ​ສາມາດແກ້​ໄຂ​ໄດ້​ໂດຍ​ຜ່ານ​ໂທລະ​ສັບສາຍດ່ວນ ​ຫຼື ​ຈັດ​ກອງ​ປະຊຸມຢູ່​ເຂດຊາຍ​ແດນ. ຕໍ່​ເລື່ອງ​ນີ້​ຝ່າຍ​ຈີນ​ມີ​ຄວາມເຫັນ​​ແນວ​​ໃດ?
ທ່ານນາງ​ຮ້ວາ​ຊຸ່ນຢີງກ່າວ​ວ່າ: ຈີນ​ຊົມ​ເຊີຍ​ການ​ກະທຳ​ຢ່າງ​ຕັ້ງໜ້າ​ຂອງ​​ອິນ​ເດຍ ​ແລະ​ປາ​ກິ​ສະຖານ ​ແລະ​ຫວັງ​ວ່າ​ສອງ​ຝ່າຍຈະສາມາດ​ສືບຕໍ່​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​​ໄດ້ໂດຍຜ່ານ​ໂທລະ​ສັບສາ​ຍດ່ວນ ​ແລະ​ການ​​ເຈລະຈາ​ເປັນ​ຢ່າງ​ດີ ​ເພື່ອ​ຮັກສາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ